ປີ 2022 ທສວ ອະນຸມັດສິນເຊື້ອໃຫ້ ຈນກ 810 ຫົວໜ່ວຍ ມູນຄ່າ 160,62 ຕື້ກີບ

112

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ອັດສິດເງິນ ໃນປີ 2022 ຜ່ານ 7 ທະນາຄານທຸລະກິດ, 10 ຖາບັນການເງິນຈຸລະພາກ ແລະ 2 ກອງທຶນ ເພື່ອໃຫ້ ຈນກ ມີຄວາມເຂັ້ມແຂງ ໂດຍມີຍອດເຂົ້າເຖິງທັງໝົດ810 ຫົວໜ່ວຍ ມູນຄ່າ 160,62 ຕື້ກີບ.


ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດຂຶ້ນໃນວັນທີ 4 ເມສາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ; ມີຜູ້ໜ້າຈາກກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງກະສິກຳ ເເລະ ປ່າໄມ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ແລະ ສະພາແຫ່ງຊາດ, ສະມາຄົມທຸລະກິດ, ຫົວໜ່ວຍວິສາຫະກິດຈຳນວນໜຶ່ງ, ອົງການຈັດຕັ້ງສາກົນ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມືຂອງ ທສວ.


ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຄ, ປະທານສະພາບໍລິຫານ ທສວ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງ ທສວ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍໄດ້ຊີ້ໃຫ້ເຫັນທັງຜົນງານ ແລະ ຂໍ້ຄົງຄ້າງ ຂອງ ທສວ ທີ່ໄດ້ຈັດຕັ້ງວຽກງານ ບົນຫຼັກການ ແລະ ເງື່ອນໄຂ ທີ່ກໍານົດໃນດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ ສະບັບ ເລກທີ 299/ລບ ຢ່າງຕັ້ງໜ້າ ໃນການຕິດຕາມ ກວດກາ ການປ່ອຍສິນເຊື່ອທຶນບ້ວງຕ່າງໆ ຂອງ ທສວ ໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ) ແລະ ສະໜັບສະໜູນທຶນໂຄງການວິຊາການໃຫ້ ຈນກ ແລະ ໜ່ວຍງານສົ່ງເສີມ ຈນກ ໃນຂອບເຂດທົ່ວປະເທດ. ສັງລວມແລ້ວ ໃນປີ 2022 ທສວ ມີຍອດລາຍຮັບທັງໝົດ 349,01 ຕື້ກີບ ແລະ ມີຍອດລາຍຈ່າຍ ທັງໝົດ 298,59 ຕື້ກີບ ທຽບໃສ່ແຜນປີ ສາມາດປະຕິບັດໄດ້ 85,55%.


ທສວ ສະໜອງສິນເຊື່ອອັດຕາດອກເບ້ຍ ແລະ ໄລຍະກູ້ທີ່ເໝາະສົມ ຜ່ານ 7 ທະນາຄານທຸລະກິດ ແລະ ຜ່ານ 10 ຖາບັນການເງິນຈຸລະພາກ. ນອກຈາກນີ້ ທສວ ຍັງປ່ອຍສິນເຊື່ອຜ່ານ 2 ກອງທຶນ (ກອງທຶນພັດທະນາໄຊສົມບູນ ເເລະ ກອງທຶນນາງຟ້າ).
ໃນປີ 2022 ບັນດາສະຖາບັນການເງິນທີ່ກ່າວມາຂ້າງເທິງນັ້ນສາມາດອະນຸມັດສິນເຊື່ອໃຫ້ ຈນກ ແລະ ກຸ່ມຜູ້ຜະລິດ ໄດ້ທັງໝົດຈໍານວນ 810 ຫົວໜ່ວຍ ເປັນມູນຄ່າ 160,62 ຕື້ກີບ ທຽບໃສ່ປີ 2021 ມີ ຈນກ ທີ່ສາມາດເຂົ້າເຖິງທຶນບ້ວງຕ່າງໆຂອງ ທສວ ເພີ່ມຂື້ນ 204,54%.

ການສະໜອງສິນເຊື່ອໃຫ້ ຈນກ ໃນປີ 2022 ແມ່ນນອນໃນ ຂະແໜງກະສິກໍາ ກວມ 48,83%, ຂະແໜງການຄ້າ ກວມ 13,43%, ຂະແໜງບໍລິການ ກວມ 10,98%, ຂະແໜງຫັດຖະກໍາ ກວມ 22,31%, ຂະແໜງອຸດສາຫະກໍາ ກວມ 3,62% ແລະ ຂະແໜງທ່ອງທ່ຽວ ກວມ 0,82%.


ຄຽງຄູ່ກັບການສະໜອງສິນເຊື່ອໃຫ້ ຈນກ, ທສວ ຍັງສະໜັບສະໜູນທຶນໂຄງການວິຊາການ ເພື່ອເເນ່ໃສ່ສ້າງຄວາມເຂັ້ມເເຂງ ຈນກ ແລະ ໜ່ວຍງານສົ່ງເສີມ ຈນກ ໃນຂອບເຂດທົ່ວປະເທດ. ການສະໜັບສະໜຸນທຶນໃຫ້ໂຄງການວິຊາການຂອງ ທສວ ປະກອບມີ 3 ຮູບເເບບຄື: ສະໜັບສະໜູນທຶນໃຫ້ໂຄງການວິຊາການທົ່ວໄປ, ສະໜັບສະໜູນໂຄງການບູລິມະສິດເພື່ອຊ່ວຍເຫຼືອ ຈນກ ເຂົ້າຫາເເຫຼ່ງທຶນຂອງ ທສວ, ແລະ ສະໜັບສະໜູນທຶນສົມທົບເພື່ອປັບປຸງ ເເລະ ຍົກລະດັບເຕັກໂນໂລຊີ.

ໃນປີ 2022 ທສວ ໄດ້ອະນຸມັດທຶນສະໜັບສະໜູນໂຄງການວິຊາການ ທັງໝົດ 84 ໂຄງການ ລວມມູນຄ່າ 7,37 ຕື້ກີບ ໃນນັ້ນ ປະກອບມີໂຄງການສົ່ງເສີມວິຊາການທົ່ວໄປ ຈໍານວນ 56 ໂຄງການ ມູນຄ່າ 3,99 ຕື້ກີບ, ໂຄງການບູລິມະສິດ ຈໍານວນ 22 ໂຄງການ ມູນຄ່າ 3 ຕື້ກີບ ເເລະ ໂຄງການທຶນສົມທົບ ຈໍານວນ 6 ໂຄງການ ມູນຄ່າ 379,32 ລ້ານກີບ. ໂຄງການທີ່ໄດ້ຮັບທຶນສະໜັບສະໜູນດັ່ງກ່າວມານັ້ນເເມ່ນນອນໃນ 15 ເເຂວງ ທົ່ວປະເທດ (ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ເເກ້ວ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ເເລະ ເຊກອງ).

ໃນວາລະສຸດທ້າຍຂອງກອງປະຊຸມ ໄດ້ມີການມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງ ອຄ ໃຫ້ 2 ທະນາຄານທຸລະກິດ ແລະ 8 ສະຖາບັນການເງິນຈຸລະພາກ ທີ່ມີຜົນງານດີເດັ່ນປະເພດ I ໃນການສະໜອງສິນເຊື່ອບ້ວງເງິນຂອງ ທສວ ປະຈໍາປີ 2022 ແລະ ມອບໃບຊົມເຊີຍຂອງຮອງລັດຖະມົນຕີກະຊວງ ອຄ ໃຫ້ 3 ທະນາຄານທຸລະກິດ, 1 ກອງທຶນ ແລະ 2 ສະຖາບັນການເງິນຈຸລະພາກ. ນອກຈາກນີ້ ທ່ານ ລັດຖະມົນຕີ ກະຊວງ ອຄ ໄດ້ມອບໃບຊົມເຊີຍໃຫ້ ຈນກ 54 ຫົວໜ່ວຍ ທີ່ຜ່ານການຄັດເລືອກຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມືຂອງ ທສວ ອີກດ້ວຍ.