ເງິນຢວນຂອງຈີນ ກາຍເປັນສະກຸນເງິນທີ່ມີການຊື້ – ຂາຍຫຼາຍທີ່ສຸດໃນ ຣັດເຊຍ

88

VN EXPRESS ລາຍງານວ່າ: ເງິນຢວນ ມີການຊື້ – ຂາຍຫຼາຍທີ່ສຸດໃນ ຣັດເຊຍ, ສຳນັກຂ່າວ Bloomberg, Moscow Exchange ໄດ້ລາຍງານກ່ຽວກັບການແລກປ່ຽນ ສະແດງໃຫ້ເຫັນວ່າ ໃນເດືອນກຸມພາປີນີ້ ເງິນຢວນໄດ້ມີປະລິມານການຊື້ – ຂາຍລື່ນເງິນໂດລາສະຫະລັດ ເປັນຄັ້ງທໍາອິດ ແລະ ສືບຕໍ່ເພີ່ມຂຶ້ນອີກໃນເດືອນມີນາຜ່ານມາ.

อาจเป็นรูปภาพของ เงิน

ກ່ອນເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູ   ແກຣນ, ປະລິມານເງິນຢວນ ທີ່ຊື້ – ຂາຍຢູ່ຕະຫຼາດຣັດເຊຍ ແມ່ນມີໜ້ອຍ, ປີນີ້ຝ່າຍຕາເວັນຕົກໄດ້ວາງມາດຕະການລົງໂທດຕໍ່ລະບົບການເງິນຣັດເຊຍເພີ່ມຕື່ມອີກ ໄດ້ສົ່ງຜົນໃຫ້ບັນດາບໍລິສັດໃນປະເທດຣັດເຊຍ ຕ້ອງປ່ຽນຈາກການເຮັດທຸລະກໍາຈາກສະກຸນເງິນໂດລາ ແລະ ເງິນເອີໂຣ ມາເປັນສະກຸນເງິນອື່ນ. ຕົ້ນປີນີ້, ກະຊວງການເງິນ ແຫ່ງ ຣັດເຊຍ ລາຍງານວ່າ ເງິນຢວນຂອງຈີນ ນັບມື້ມີ ຄວາມສຳຄັນຫຼາຍຂຶ້ນ ສໍາລັບກອງທຶນການລົງທຶນແຫ່ງຊາດ ຣັດເຊຍ, ອັດຕາສ່ວນສູງສຸດຂອງເງິນຢວນ ທີ່ສາມາດຖືໄດ້ເພີ່ມຂຶ້ນ 2 ເທົ່າ ມາເປັນ 60% ນັບແຕ່ເດືອນທັນວາປີຜ່ານມາ.

อาจเป็นรูปภาพของ เงิน

ທ່ານ Iskander Lutsko ນັກຍຸດທະສາດຂອງ ITI London ໄດ້ກ່າວວ່າ: ປະລິມານເງິນໂດລາໃນຕະຫຼາດຣັດເຊຍ ຫຼຸດລົງຍ້ອນການຫຼຸດລົງຂອງລາຍໄດ້ທີ່ເປັນສະກຸນເງິນໂດລາ ໃນເວລາທີ່ລາຄານໍ້າມັນ ແລະ ການສົ່ງອອກຫຼຸດລົງ. ໃນຂະນະດຽວກັນ, ການສົ່ງອອກຂອງ ຣັດເຊຍ ໄປ ຈີນ ເພີ່ມຂຶ້ນ 29%.

ເຖິງວ່າເງິນຢວນ ມີຄວາມນິຍົມເພີ່ມຂຶ້ນໃນຣັດເຊຍ ແຕ່ຖ້າຫາກວ່າ ນະໂຍບາຍຄວບຄຸມເງິນທຶນຂອງ ຈີນ ກໍກັງວົນກ່ຽວກັບຄວາມສ່ຽງໃນສັດສ່ວນຂອງເງິນຢວນ ໃນທຶນສຳຮອງເງິນຕາຕ່າງປະເທດໃນທົ່ວໂລກແມ່ນ 27% ໃນທ້າຍປີຜ່ານມາ ເຊິ່ງແມ່ນຫຼຸດລົງຈາກລະດັບສູງສຸດ 2,9% ໃນໄຕມາດ ທີ 1 ຂອງປີດຽວກັນ.