ເຄື່ອນຍ້າຍອັດຖິ ນັກຮົບແຂ່ງຂັນແຫ່ງຊາດ ເຂົ້າສະຖິດໄວ້ ສຸສານນັກຮົບປະຕິວັດ

189

ໃນທ້າຍເດືອນມີນາຜ່ານມາ ຄະນະນໍາຫ້ອງວ່າການສູນກາງພັກ, ກະຊວງກະສິກໍາ ແລະ ປ່າໄມ້, ກົມໃຫຍ່ການເມືອງກອງທັບ ແລະ ຄອບຄົວມະຫາວົງ ໄດ້ຈັດພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນຈັດຕະວາ ອິນກອງ ມະຫາວົງ ນັກຮົບແຂ່ງຂັນແຫ່ງຊາດ, ອະດີດກໍາມະການສູນກາງພັກສະໄໝທີ III, IV, V, ອະດີດລັດ ຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ອະດີດທີ່ປືກສາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ແລະ ພະນັກງານປະຕິວັດອາວຸໂສບໍານານຫ້ອງວ່າ ການສູນກາງພັກ ເຂົ້າສະຖິດໄວ້ຢູ່ທີ່ສຸສານນັກຮົບປະຕິວັດແຫ່ງຊາດ (ຫລັກ 24).

May be an image of 4 people and outdoors
ໃນພິທີ, ສະຫາຍ ເພັດຖາວອນ ພິລາວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບເຄື່ອນຍ້າຍອັດຖິ ໄດ້ຕາງໜ້າຄະນະຮັບຜິດຊອບ ເຄື່ອນຍ້າຍອັດຖິໄດ້ກ່າວສະດຸດີຕໍ່ພິທີວ່າ: ສະຫາຍ ພົນຈັດຕະວາ ອິນກອງ ມະຫາວົງ ເກີດເມື່ອວັນທີ 1 ເມສາ 1930 ທີ່ບ້ານ ທົ່ງຫລວງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ສະຫາຍກໍາເນີດຂຶ້ນໃນທ່າມກາງສະພາບການຂອງປະເທດຊາດບ້ານເມືອງຖືກຮຸກຮານຈາກພວກຈັກກະພັດຕ່າງດ້າວ, ດ້ວຍນໍ້າໃຈຮັກຊາດ ແລະ ເຫັນໄດ້ແສງສະຫວ່າງຂອງການປະຕິວັດ ເມື່ອອາຍຸໄດ້ 20 ປີ ສະຫາຍ ຈຶ່ງຕັດສິນໃຈສະໝັກເຂົ້າເປັນທະຫານ ແລະ ເຄື່ອນໄຫວປະຕິວັດ ໃນ ປີ 1950 ຢູ່ກອງຮ້ອຍ 21 ມີນາ ແຂວງຄໍາມ່ວນ, ປີ 1951 ສະຫາຍໄດ້ ຖືກສົ່ງໄປຮຽນການທະຫານ-ການເມືອງ ຢູ່ເມືອງເຄ ແຂວງຮ່າຕິງ ສສ ຫວຽດນາມ.

May be an image of 13 people, people standing and outdoors

ມາຮອດວັນທີ 13 ເມສາ 1957 ສະຫາຍໄດ້ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ, ວັນທີ 5 ເມສາ 1979 ສະຫາຍໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນແຫ່ງຊາດ, ປີ 1980-1982 ໄດ້ຮັບແຕ່ງຕັ້ງເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ປີ 1982-1982 ເປັນລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ປີ 1992-1996 ເປັນທີ່ປືກສາຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ, ເດືອນເມສາ ປີ 1996 ສະຫາຍໄດ້ອອກພັກຜ່ອນຮັບອຸດໝູນບໍານານ ຕາມນະໂຍບາຍຂອງພັກ-ລັດ, ປີ 1996-2002 ສະຫາຍເປັນພະນັກງານບໍານານ ຫ້ອງວ່າການສູນກາງພັກ.

May be an image of 13 people and people standing
ຕະຫລອດໄລຍະການເຄື່ອນໄຫວ ໃນຂະບວນການປະຕິວັດ ສະຫາຍ ໄດ້ຝືກຝົກຫລໍ່ຫລອມຕົນເອງຢ່າງຕັ້ງໜ້າ, ຫ້າວຫັນ ແລະ ເດັດດ່ຽວກ້າຫານ, ດ້ວຍຄວາມໄວ້ວາງໃຈຈາກພັກ-ລັດ ສະຫາຍໄດ້ອຸທິດເຫື່ອແຮງສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງບໍ່ຮູ້ອິດຮູ້ເມື່ອຍ, ເລີ່ມຈາກພົນທະ ຫານຈົນກາຍເປັນນາຍທະຫານຂັ້ນສຸງ ແລະ ເປັນການນໍາສໍາຄັນຂອງພັກ-ລັດ ໜ້າທີ່ວຽກງານຂອງສະ ຫາຍ ແມ່ນເຄື່ອນໄຫວໄປຕາມເງື່ອນໄຂຂອງປະເທດຊາດ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ເຖິງຈະຢູ່ໃນຖານະຕໍາແໜ່ງໃດ ສະຫາຍກໍຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບເປັນແບບຢ່າງໃນທຸກວຽກງານ ແລະ ມີຜົນສໍາເລັດເປັນກ້າວໆ.

May be an image of 8 people, people standing and outdoors
ຈາກຜົນງານ ແລະ ຄຸນງາມຄວາມດີ ທີ່ສະຫາຍອຸທິດໃຫ້ແກ່ປະເທດຊາດ, ການຈັດຕັ້ງພັກ-ລັດຈິ່ງຕົກລົງຍ້ອງຍໍ ແລະ ປະດັບຫລຽນໄຊ, ຫລຽນກາ, ໃບຍ້ອງຍໍປະເພດຕ່າງໃຫ້ແກ່ສະຫາຍຢ່າງສົມກຽດ. ນອກຈາກພາຍໃນແລ້ວຍັງມີປະເທດເພື່ອນມິດຈໍານວນໜຶ່ງ. ມາຮອດທ້າຍປີ 2002 ສຸຂະພາບຂອງສະຫາຍໄດ້ຊຸດໂຊມລົງ ການຈັດຕັ້ງ, ຄອບຄົວ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດແຕ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍຄືນມາໄດ້, ມາໃນວັນທີ 29 ພະຈິກ 2002 ສະຫາຍ ໄດ້ສິ້ນລົມຫາຍໃຈ ແລະ ຈາກພວກເຮົາໄປຢ່າງບໍ່ມີວັນກັບຄືນມາອີກ ລວມອາຍຸໄດ້ 72 ປີ.

May be an image of 3 people, people standing, military uniform, outdoors and monument

ສະນັ້ນ, ເພື່ອລະນຶກເຖິງຜົນງານຄຸນງາມຄວາມດີທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ຕະຫລອດໄລຍະທີ່ຜ່ານມາ, ກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຫ້ອງວ່າການສູນກາງພັກ ຈຶ່ງຕົກລົງນໍາເອົາອັດ ຖິ ຂອງສະຫາຍ ມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງນີ້ຢ່າງສົມກຽດ.

ຂ່າວ: ຈັນທະວົງ