ແຈ້ງຂ່າວ! ອີກ 2 ມື້ຈະມີຝົນຕົກ ພ້ອມໝາກເຫັບຕົກ ແລະ ລົມພັດແຮງ

586

ໄລຍະນີ້ ທຸກຄົນພາວະນາໃຫ້ມີຝົນຕົກເນື່ອງຈາກຝຸ່ນລະອອງຍັງປົກຄຸມຢູ່ຫຼາຍເຂດແຂວງ ໂດຍສະເພາະເຂດທີ່ມີໄຟໄໝ້ມີການຈູດຕ່າງໆ ລວມທັງນະຄອນຫຼວງວຽງຈັນ ແລະກໍ່ຄົງບໍ່ຜິດຫວັງ ເພາະອຸຕຸແຈ້ງແລ້ວຈະມີຟ້າລົມຝົນຕົກໃນອີກ 2 ວັນຂ້າງໜ້ານີ້.
ສຳລັບໃນອາທິດທີ່ຜ່ານມາສະພາບອາກາດຢູ່ໃນແຕ່ລະພາກຂອງລາວເຮົາແມ່ນ ມີຄວາມຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ໄດ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ.

No photo description available.
ສ່ວນໃນອາທິດນີ້ຄາດຄະເນສະພາບອາກາດພາຍໃນອາທິດຄື: ໄລຍະຕົ້ນ ຫາ ກາງອາທິດແຕ່ວັນທີ 3 ຫາ 6 ເມສາ 2023 ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງ ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມພາກເຫຼືອ ຫາ ພາກກາງ ແລະ ກະແສລົມຕາເວັນອອກສຽງໃຕ້ຈະສືບຕໍ່ພັດປົກຄຸມພາກໃຕ້, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມກັບມີໝອກແຫ້ງປົກຫຸ້ນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງທິ່ນໃນແຕ່ລະພາກ.

No photo description available.

ຈາກນັ້ນໃນໄລຍະທ້າຍອາທິດແຕ່ວັນທີ 7 ຫາ 9 ເມສາ 2023 ບໍລິເວນຄວາມກົດດັນສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1 ຫາ 2 ອົງສາໃນແຕ່ລະພາກ, ແຕ່ສະພາບອາກາດໂດຍທົ່ວໄປອາກາດຈະເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ, ສ່ວນຕອນບ່າຍ ອາກາດຈະຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ແລະ ໝາກເຫັບຕົກ ພ້ອມມີລົມແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

อาจเป็นรูปภาพของ 4 คน, ถนน และ ถนน
ສ່ວນຢູ່ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ.
ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ ໂດຍສະເພາະໃນໄລຍະວັນທີ 7 – 9 ເມສາ 2023 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍສະເພາະໃນຕອນບ່າຍ ຫາ ຄໍ່າ. ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າຂອງພໍ່ແມ່ປະຊາຊົນຄວນເຝົ້າລະວັງ.