ມາສເຕີ 7 ເອັຟຊີ ເປີດບ້ານບຽດເອົາຊະນະ ວຽງຈັນ ເອັຟຊີ 2-1 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ນັດຕົກຄ້າງເມື່ອວັນທີ 4 ເມສາ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ພ້ອມເກັບເພີ່ມເປັນ 12 ຄະແນນຫຼຸດໄລຍະຫ່າງຈາກ ຊ້າງນ້ອຍ ທີມນໍາຢູ່ທີ 6 ຄະແນນ.
ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2023 ອາທິດທີ 6 ນັດຕົກຄ້າງກັບມາແຂ່ງຂັນໃນວັນທີ 4 ເມສາ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມາສເຕີ 7 ເອັຟຊີ ທີມອັນດັບ 2 ຂອງຕາຕະລາງຄະແນນລວມ ເປີດບ້ານຮັບການມາຢາມຂອງ ວຽງຈັນ ເອັຟຊີ ທີມອັນດັບ 4 ຂອງຕາຕະລາງຄະແນນລວມ.
ຜ່ານການແຂ່ງຂັນປາກົດວ່າ: ມາສເຕີ ເຊເວັ້ນ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຈາກການຍິງຂອງ ພຸດດາວີ ພົມມະສານ ນາທີ 14 ກ່ອນທີ່ ວຽງຈັນ ເອັຟຊີ ຈະໄດ້ປະຕູຕີສະເໝີ 1-1 ຈາກການຍິງຂອງ ສຸພັນ ຄຳໃບອ່ອນ ນາທີ 17, ສ່ວນເຄິ່ງເວລາທີ 2 ສຸກພະຈັນ ເລື່ອນທະລາ ມາຍິງຈຸດໂທດໃຫ້ກັບ ມາສເຕີ 7 ເອັຟຊີ ບຽດເອົາຊະນະ ວຽງຈັນ ເອັຟຊີ 2-1.
ຈາກຜົນການແຂ່ງຂັນດັ່ງກ່າວເຮັດໃຫ້ ມາສເຕີ 7 ເອັຟຊີ ເກັບເພີ່ມເປັນ 12 ຄະແນນຈາກ 6 ນັດຢຶດອັນດັບ 2 ຂອງຕາຕະລາງຄະແນນລວມ, ສ່ວນ ທີມນໍາຍັງເປັນຂອງ ຊ້າງນ້ອຍ ເອັຟຊີ ຍັງຮັກສາສະຖິຕິຊະນະລວດ 6 ນັດມີ 18 ຄະແນນຈາກ 6 ນັດເທົ່າກັນ, ອັນດັບ 3 ເອສະຣາ ເອັຟຊີ ມີ 7 ຄະແນນຈາກ 5 ນັດ, ອັນດັບ 4 ວຽງຈັນ ເອັຟຊີ ມີ 7 ຄະແນນຈາກ 6 ນັດ, ອັນດັບ 5 ກອງທັບ ເອັຟຊີ ມີ 6 ຄະແນນຈາກ 6 ນັດ, ອັນດັບ 6 ຫຼວງພະບາງ ມີ 6 ຄະແນນຈາກ 5 ນັດ, ອັນດັບ 7 ຈໍາປາສັກ ເອັຟຊີ ມີ 5 ຄະແນນຈາກ 6 ນັດ ແລະ ອັນດັບ 8 ນໍ້າທາ ຢູໄນເຕັດ ມີ 4 ຄະແນນຈາກ 6 ນັດ.
ຂ່າວ: Larh Creators; ຮູບຈາກ: ສຕລ