ການເຕີບໂຕຂອງໂຮງງານໃນ ຈີນ ຊ້າລົງໃນຮອບ 8 ເດືອນ

49

ການເຕີບໂຕຂອງພາກການຜະລິດຂອງຈີນ ຊ້າລົງໃນເດືອນມີນາຜ່ານມາ ເນື່ອງຈາກຄວາມຕ້ອງການຈາກຕ່າງປະເທດທີ່ຍັງໜ້ອຍ.

ດັດສະນີ PMI ພາກການຜະລິດຂອງ ຈີນ ຈາກສະຖາບັນ Caoxin ເພີ່ມຂຶ້ນ 50 ໃນເດືອນມີນາ ຫຼຸດລົງຈາກລະດັບສູງສຸດໃນຮອບ 8 ເດືອນ ຄື 51,6  ແລະ ຍັງຜິດຈາກຕົວເລກການເຕີບໂຕ ທີ່ຄາດການໄວ້ແມ່ນ 51,7.

อาจเป็นรูปภาพของ 1 คน และ สถานที่ในร่ม

ຂໍ້ມູນດັ່ງກ່າວໄດ້ສອດຄ່ອງກັບຂໍ້ມູນຂອງລັດຖະບານ ຈີນ ໃນອາທິດຜ່ານມາ ເຊິ່ງສະແດງໃຫ້ເຫັນວ່າ: ການເຕີບໂຕໃນພາກການຜະລິດຂອງ ຈີນ ຊ້າລົງ ຫຼັງຈາກການຟື້ນຕົວກັບມາຄັ້ງທໍາອິດຫຼັງໂຄວິດ – 19. ຂະນະທີ່ສະພາບເສດຖະກິດທີ່ຍັງຫຍຸ້ງຍາກໃນທົ່ວໂລກ ເຮັດໃຫ້ຄວາມຕ້ອງການສິນຄ້າຂອງ ຈີນ ຫຼຸດລົງ ສົ່ງຜົນໃຫ້ຄວາມສາມາດໃນການສ້າງກຳໄລຂອງໂຮງງານໃນທ້ອງຖິ່ນ. ສິ່ງເຫຼົ່ານີ້ເຮັດໃຫ້ການຜະລິດ ແລະ ການສັ່ງຊື້ໃໝ່ໃນເດືອນມີນາ ຫຼຸດລົງເມື່ອທຽບໃສ່ເດືອນກຸມພາ.

ທ່ານ ຫວັງ ເຈີ໋ ນັກເສດຖະສາດອາວຸໂສຂອງ Caoxin Insight Group ໄດ້ກ່າວວ່າ: ໃນເດືອນມີນາ ມີສັນຍານຂອງການຟື້ນຕົວທີ່ອ່ອນແຮງລົງ… ຮາກຖານຂອງການຟື້ນຕົວຂອງເສດຖະກິດຈີນ ຍັງບໍ່ທັນແຂງແກ່ນ ເມື່ອເບິ່ງໄປເຖິງການເຕີບໂຕຂອງເສດຖະກິດແມ່ນຈະຍັງຄົງຂຶ້ນຢູ່ກັບຄວາມຕ້ອງການພາຍໃນປະເທດທີ່ເພີ່ມຂຶ້ນ ໂດຍສະເພາະການບໍລິໂພກຂອງພາກຄົວເຮືອນທີ່ດີຂຶ້ນ.

อาจเป็นรูปภาพของ 4 คน และ สถานที่ในร่ม

ຂະນະທີ່ບັນດາຜູ້ຜະລິດຂອງຈີນ ຍັງຄົງເບິ່ງໃນແງ່ດີ ໂດຍຕົວເລກຄວາມຄາດຫວັງສຳລັບຜົນຜະລິດໃນເດືອນມີນາ ແມ່ນສູງກວ່າຄ່າສະເລ່ຍໃນໄລຍະຍາວ ເນື່ອງຈາກພວກເຂົາຍັງໝັ້ນໃຈຕໍ່ການຟື້ນຕົວຂອງເສດຖະກິດ ຈີນ ເຊິ່ງການຟື້ນຕົວຂອງເສດຖະກິດ ສປ ຈີນ ເປັນປະເດັນສຳຄັນສໍາລັບຕະຫຼາດອາຊີໃນປີນີ້ ເນື່ອງຈາກຕໍາແໜ່ງຂອງຈີນ ທີ່ມີຖານະເປັນສູນກາງການຄ້າທີ່ສໍາຄັນໃນພາກພື້ນ.