ເອດີບີ ຄາດ ຈີນ – ອິນເດຍ ຍູ້ເສດຖະກິດອາຊີຂະຫຍາຍຕົວຢ່າງເຂັ້ມແຂງ

36

ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ອອກບົດລາຍງານລະບຸວ່າ: ການຟື້ນຕົວຂອງເສດຖະກິດຈີນ ແລະ ອຸປະສົງທີ່ເຂັ້ມແຂງໃນ ອິນເດຍ ຈະເຮັດໃຫ້ເສດຖະກິດຂອງອາຊີຂະຫຍາຍຕົວຢ່າງເຂັ້ມແຂງໃນປີ 2023.

ເອດີບີ ຄາດການວ່າ: ເສດຖະກິດອາຊີ ຈະຂະຫຍາຍຕົວໃນລະດັບ 4,8% ໃນປີນີ້ ແລະ ປີໜ້າ ເພີ່ມຂຶ້ນຈາກ 4,2% ໃນປີຜ່ານມາ, ໃນຂະນະທີ່ອັດຕາເງິນເຟີ້ຈະຫຼຸດລົງເລັກໜ້ອຍໃນປີນີ້ ແລະ ຈະຫຼຸດລົງອີກໃນປີ 2024.

ไม่มีคำอธิบายรูปภาพ

ນັກເສດຖະສາດຂອງເອດີບີ ລະບຸວ່າ: ການຕັດສິນໃຈປັບຫຼຸດກຳລັງການຜະລິດນ້ຳມັນຂອງກຸ່ມໂອເປັກ ຈະເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນ ແລະ ອາດຈະສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນອີກຄັ້ງ ອີກທັງຍັງເພີ່ມຄວາມທ້າທາຍຕໍ່ການຂະຫຍາຍຕົວດ້ານເສດຖະກິດຂອງພາກພື້ນ.

ນັກເສດຖະສາດຂອງເອດີບີ ລະບຸວ່າ: ມີຄວາມເປັນໄປໄດ້ສູງທີ່ລາຄານ້ຳມັນຈະເພີ່ມຂຶ້ນອີກ ແລະ ເພີ່ມຄວາມທ້າທາຍສຳລັບພາກພື້ນ, ພ້ອມທັງຕັ້ງຂໍ້ສັງເກດວ່າ ອັດຕາເງິນເຟີ້ໃນອາຊີ ຈະໄດ້ຮັບແຮງຍູ້ຈາກຄວາມຕ້ອງການທີ່ເພີ່ມຂຶ້ນໃນຂະແໜງບໍລິການ ເຊັ່ນ: ການທ່ອງທ່ຽວຫຼາຍກວ່າລາຄາສິນຄ້າ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังเดิน, ฝูงชน และ กลางแจ้ง

ອີກປັດໄຈໜຶ່ງທີ່ເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນ ຄືການຟື້ນຕົວຂອງເສດຖະກິດຈີນ ໂດຍຄາດວ່າເສດຖະກິດຈີນຈະຂະຫຍາຍຕົວ 5% ໃນປີນີ້ ແລະ 4,5% ໃນປີ 2024. ໃນຂະນະທີ່ເສດຖະກິດອິນເດຍ ຄາດວ່າ ຈະຂະຫຍາຍຕົວຊ້າລົງ ໂດຍຄາດວ່າຈະຢູ່ໃນລະດັບ 6,4% ໃນປີນີ້ ຫຼັງຈາກທີ່ຂະຫຍາຍຕົວສູງເຖິງ 9,1% ໃນປີ 2021 ແລະ 6,8% ໃນປີ 2022 ແຕ່ອິນເດຍ ຍັງຖືວ່າເປັນໜຶ່ງໃນປະເທດທີ່ເສດຖະກິດຂະຫຍາຍຕົວສູງທີ່ສຸດໃນອາຊີ.

ໃນຂະນະທີ່ເສດຖະກິດຂອງຫວຽດນາມ ຄາດວ່າຈະຂະຫຍາຍຕົວ 6,5% ໃນປີນີ້ ຫຼຸດລົງຈາກ 8% ໃນປີຜ່ານມາ ແຕ່ຖືວ່າຍັງສູງກວ່າຄ່າສະເລ່ຍຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງສ່ວນໃຫຍ່ຢູ່ໃນລະດັບ 4,7% ໃນປີນີ້ ແລະ 5% ໃນປີໜ້າ.