ທະນາຄານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ປຶກສາຫາລືເພື່ອແກ້ໄຂບັນຫາເສດຖະກິດ

170

ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະລະຫວ່າງການນຳຂອງ ທຫລ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນຳ, ຄະນະກົມຂອງທັງ 2 ຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 14 people, people standing and indoor
ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບການປະຕິບັດແຜນເງິນຕາຂອງ ໄຕມາດທີ I ແລະ ທິດທາງແຜນການຂອງ ໄຕມາດທີ II ຈາກ ທຫລ ພ້ອມທັງປຶກສາຫາລືກ່ຽວກັບບັນຫາການຄຸ້ມຄອງລາຄາສິນຄ້າ; ບັນຫາການສ້າງລະບົບຄຸ້ມຄອງຫົວໜ່ວຍສົົ່ງອອກ-ດັດສົມຫົວໜ່ວຍນໍາເຂົ້າສິນຄ້າ; ບັນຫາການຄຸ້ມຄອງບັນດາຮ້ານຂາຍຄໍາ-ວັດຖຸມີຄ່າ ທີ່ຕິດພັນກັບວຽກຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຄຸ້ມຄອງອັດຕາແລກປ່ຽນ, ການແລກປ່ຽນເງິນຕາຊະຊາຍ ແລະ ການອະນຸຍາດໃຫ້ອອມຄໍາ; ບັນຫາການຄຸ້ມຄອງການນໍາໃຊ້ເງິນຕາແບບຊະຊາຍ-ການຕິດປະກາດລາຄາສິນຄ້າ ແລະ ບໍລິການ ເປັນເງິນຕາຕ່າງປະເທດຢູ່ສະຖານທີ່ຕ່າງໆ; ການຄຸ້ມຄອງການລົງທຶນໂດຍກົງຂອງຕ່າງປະເທດ (FDI – Foreign Direct Investment).

May be an image of 7 people, people standing and indoor

ນອກຈາກນີ້, ຝ່າຍກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ລາຍງານສະພາບ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົົ່ງອອກ ແລະ ຫັນເອົາເງິນຕາຕ່າງປະເທດທີ່ໄດ້ຈາກການສົົ່ງອອກໃຫ້ເຂົ້າສູ່ລະບົບທະນາຄານ; ມາດຕະການການຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ; ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ (E-commerce) ແລະ ບັນຫາປິ່ນອ້ອມອື່ນໆ.

May be an image of 2 people and flower
ກອງປະຊຸມໄດ້ມີການຕົກລົງເຫັນດີເພື່ອເຮັດວຽກຮ່ວມກັນໃນຕໍ່ໜ້າ ເປັນຕົ້ນແມ່ນ: ການຄຸ້ມຄອງລາຄາສິນຄ້າ; ການຄຸ້ມຄອງອັດຕາແລກປ່ຽນ; ອັດຕາເງິນເຟີ້; ການຄຸ້ມຄອງການຕິດ ແລະ ປະກາດລາຄາສິນຄ້າເປັນເງິນກີບ; ການຄຸ້ມຄອງການນຳໃຊ້ແອັບພິເຄຊັ້ນຂອງຮ້ານຂາຍຄຳ; ການແລກປ່ຽນຂໍ້ມູນລະຫວ່າງກັນ; ການປະຢັດການນຳໃຊ້ເງິນຕາຕ່າງປະເທດຂອງສັງຄົມ ແລະ ບັນຫາອື່ນໆທີ່ຕິດພັນ.

May be an image of 1 person and sitting

ຂອບໃຈ: ທະນາຄານແຫ່ງ ສປປ ລາວ – Bank of the Lao PDR