ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ” ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME).
ພິທີເປີດຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 3 ເມສາ 2023 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສາ ສີລິພົງ ຮອງຫົວໜ້າກົມ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຄ ມີຜູ້ເຂົ້າຮ່ວມຈາກ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄະນະຄູຝຶກຈາກ ບໍລິສັດທີ່ປຶກສາພັດທະນາວິສາຫະກິດ (EDC) ແລະ ນັກສຳມະນາກອນທີ່ເປັນຫົວໜາວຍ SME ທີ່ສາມາດຜ່ານເງື່ອນໄຂກູ້ຢືມຂອງທະບ້ວງດອກເບ້ຍຕຳຂອງລັດຖະບານທີ່ມອບໃຫ້ ກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຜູ້ຄຸ້ມຄອງທຶນຊຶ່ງໄດ້ປ່ອຍຜ່ານທະນາຄານ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຜັນຂະຫຍາຍບາງເງື່ອນໄຂໃນການເຂົ້າເຖິງແຫຼ່ງທຶນ ມາດຕາ 14 ຂອງດໍາລັດວ່າດ້ວຍກອງທຶນສົ່ງເສີ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 05/ລບ, ລົງວັນທີ 12 ມັງກອນ 2023 ຂອງດໍາວ່າດ້ວຍກອງທຶນສົ່ງເສີມ SME ທີ່ໄດ້ກໍານົດໄວ້ ທັງເປັນການສ້າງເງື່ອນໄຂໃຫ້ທະນາຄານເຂົ້າຮ່ວມໂຄງການປ່ອຍເງິນກູ້ຢືມອັດຕາດອກເບ້ຍຕໍ່ຂອງລັດຖະບານ ໃຫ້ລູກຄ້າໄດ້ໄວ ພາຍໃຕ້ແຫຼ່ງທຶນດອກເບ້ຍທີ່ເໝາະສົມ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. ທັງເປັນການສ້າງຄວາມເຂັມແຂງໃຫ້ນັກສຳມານະກອນຮູ້ວິທີວາງແຜນທຸລະກິດ ຕະຫຼອດຮອດການຈົດຮັບຈົດຈ່າຍບັນຊີເງີນສົດເພ່ືອນຳໄປປັບໃຊ້ຕົວຈິງເຂົ້າໃນທຸລະກິດຂອງພວກເຂົາ ນອກຈາກນັ້ນຍັງເປັນເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການນຳກັນສ້າງເຄືອຂ່າຍໃໝ່ນຳສູ່ການພັດທະນາທຸລະກິດຂອງພວກເຂົາເອງ.
ສຳລັບຊຸດຝຶກອົບຮົມນີ້ ຜູ້ເຂົ້າຮ່ວມແມ່ນບໍ່ໄດ້ເສຍຄ່າເຂົ້າຮຽນ ເຊິ່ງແມ່ນປະກອບດ້ວຍ ກຸ່ມຫົວໜ່ວຍ SME ທີ່ເປັນລູກຄ້າທະນາຄານ ຄື: ທະນາຄານມາຮູຮ້ານ ເຈແປນ ລາວ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ, ທະນາຄານ ຫວຽດຕິນ ແລະ ທະນາຄານທະນາຄານ ໄຊງ່ອນເທືອງຕິ່ນ ລາວຈໍາກັດ ລວມທັງໝົດ 28 ຫົວໜ່ວຍ.
ພາຍໃຕ້ໂຄງການຢັ້ງຢືນການຝຶກອົບຮົມໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທຶນ ຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສະໜັບສະໜູນຈາກ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ.
ການຝຶກອົບຮົມນີ້ຈະດໍາເນີນໄປເປັນເວລາ 5 ວັນ ເຊິ່ງຈະມີທັງພາກທິດສະດີ, ພາກໃຫ້ຄໍາປຶກສາໃນການຂຽນແຜນທຸລະກິດໃຫ້ ກັບ 28 ຫົວໜ່ວຍ ໃຫ້ໄດ້ມີແຜນທຸລະກິດເປັນຂອງຕົນເອງ ພາຍຫຼັງການຝຶກອົບຮົມ.