ປະກາດເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທໃຫ້ນາຍທະຫານຢູ່ເຂດພາກກາງ

140

ທ້າຍເດືອນມີນາຜ່ານມາ ກອງພົນທີ 4 ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ບັນດາກົມກອງເຂດພາກກາງ ຢູ່ທີ່ສະໂມສອນກອງພົນທີ 4, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີກົມພະນັກງານ, ຄະນະພັກ-ຄະນະບັນຊາ ກອງພົນທີ 4, ກອງພັນໃຫຍ່ 644, ກອງບັນຊາການທະຫານແຂວງຄຳມ່ວນ, ແຂວງ ສະຫວັນນະເຂດ, ໂຮງໝໍບໍລິເວນ 109, ກອງປະຕິບັດງານ 216, ກຸມສາງນ້ຳມັນເຊື້ອໄຟເລກ 9, ສາງອໍ 4, ສາງອໍ 3 ພ້ອມດ້ວຍພະນັກງານນາຍທະຫານຜູ້ທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.
May be an image of 5 people, people standing and outdoors

ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1428/ກປທ, ລົງວັນທີ 14 ມີນາ 2023 ວ່າດ້ວຍການເລື່ອນໃຫ້ນາຍທະຫານ ຊັ້ນພັນຕີ ຂຶ້ນຊັ້ນພັນໂທ ຢູ່ບັນດາກົມກອງຢູ່ເຂດພາກກາງ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II, ໝວດທີ 3 ມາດຕາທີ 22 ແລະ ມາດຕາ 23, ວ່າດ້ວຍການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ມີຈຳນວນທັງໝົດ 66 ສະຫາຍ.

May be an image of 1 person, standing and text that says '3 ปะทา'

ໃນນີ້ ກອງພົນທະຫານຮາບທີ 4 ຈຳນວນ 5 ສະຫາຍ, ກອງພັນໃຫຍ່ 644 ຈຳນວນ 4 ສະຫາຍ, ກອງບັນຊາການທະຫານແຂວງ ຄຳມ່ວນ ຈຳນວນ 25 ສະຫາຍ, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ຈຳນວນ 27 ສະຫາຍ, ໂຮງໝໍບໍລິເວນ 109 ຈຳນວນ 1 ສະຫາຍ, ກອງປະຕິບັດງານ 216 ຈຳນວນ 1 ສະຫາຍ, ກຸມສາງນ້ຳມັນເຊື້ອໄຟເລກ 9 ຈຳນວນ 1 ສະຫາຍ, ສາງອໍ 3 ຈຳນວນ 1 ສະຫາຍ, ສາງອໍ 4 ຈຳນວນ 1 ສະຫາຍ.

ໃນຕອນທ້າຍ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມຫຼາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ສຶກສາອົບຮົມວຽກງານການເມືອງນຳພາແນວຄິດໃຫ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດລະບຽບກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນພັດທະນາຕົນເອງໃນທຸກດ້ານ.

May be an image of 7 people, people standing and indoor

ພັດທະນາກົມກອງໃຫ້ກາຍເປັນກົມກອງທີ່ມີແບບ ແຜນທັນສະໄໝ, ເປັນເຈົ້າການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ສືບຕໍ່ແກ້ໄຂສອງວາລະແຫ່ງຊາດ, ປັບປຸງແບບແຜນວິທີເຮັດວຽກທີ່ທັນສະໄໝ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ຍົກສູງຄວາມຮັບຜິດຊອບໃນການບັນຊາ-ນຳພາ, ຈຳແນກໄດ້ມິດສັດຕູຢ່າງຈະເເຈ້ງ.

May be an image of 1 person and standing

ພ້ອມນີ້ໃຫ້ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ເພີ່ມທະວີຄວາມສາມັກຄີທັງພາຍໃນພາຍນອກໃຫ້ເປັນປຶກແຜ່ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ພ້ອມພາກັນເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ເກີດດອກອອກຜົນ.