ນັກສຶກສາລາວ ໄດ້ຮັບ 3 ລາງວັນ ໃນການແຂ່ງຂັນປະດິດເຄື່ອງມືວັດແທກນໍ້າ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ

104

ໃນວາລະການດຳເນີນກອງປະຊຸມ ສໍາມະນາວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ໃນຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນ້ຳຂອງທີ່ໝັ້ນຄົງ ແລະ ຍືນຍົງ” ໃນຄັ້ງວັນທີ 3 ເມສາ 2023, ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໄດ້ມີການປະກາດຜົນລາງວັນ ໂຄງການແຂ່ງຂັນ ເຕັກໂນໂລຊີ ເຄື່ອງວັດແທກນໍ້າ (MRC River Monitoring Technology Competition) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອານຸລັກ ກິດຕິຕຸນ ຫົວໜ້າກອງເລຂາ ກຳມະທິການແມ່ນໍ້າຂອງສາກົນ, ມີນັກສຶກສາຈາກປະເທດເຂົ້າຮ່ວມແຂ່ງຂັນ ແລະ ພາກສ່ວນເຂົ້າຮ່ວມ.

ໂດຍການແຂ່ງຂັນປະກອບ 14 ທີມ ຈາກ 11 ມະຫາວິທະຍາໄລ ຈາກ 4 ປະເທດຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ. ໃນນັ້ນລາຍການແຂ່ງຂັນປະກອບມີ 4 ໝວດຄື: ເຄື່ອງມືວັດແທກຄວາມຊຸ່ມຂອງດິນ (Soil Moisture), ເຄື່ອງມືວັດແທກລະດັບນໍ້າ (Water Level), ເຄື່ອງມືວັດແທກລະດັບຝົນຕົກ (Rainfall), ເຄື່ອງມືວັດແທກຄຸນນະພາບນໍ້າ (Water Quality).

ເຊິ່ງໃນພິທີຄະນະນັກສຶກສາ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບລາງວັນທີ 1 ໝວດເຄື່ອງມືວັດແທກຄວາມຊຸ່ມຂອງດິນ (Soil Moisture) ໄດ້ຮັບຫຼຽນ ພ້ອມໂລ້ກຽດຕິຄຸນ ແລະ ເງິນລາງວັນ 5.000 ໂດລາ; ຄະນະນັກສຶກສາຈາກ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບລາງວັນທີ 2 ໝວດເຄື່ອງມືວັດແທກຄຸນນະພາບນໍ້າ (Water Quality) ໄດ້ຮັບຫຼຽນລາງວັນ ແລະ ເງິນ 1.000 ໂດລາ ແລະ ນັກສຶກສາຈາກວິທະຍາໄລ ສຸດສະກະ ໄດ້ຮັບລາງວັນທີ 2 ໝວດເຄື່ອງມືວັດລະດັບນໍ້າຝົນ (Rainfall) ໄດ້ຮັບຫຼຽນລາງວັນ ແລະ ເງິນ 1.000 ໂດລາ.