ທະນາຄານໃນສະຫະລັດ ຂາດທຶນທາງບັນຊີ 620 ຕື້ໂດລາ

21

ສຳນັກຂ່າວບລູມເບີກ ລາຍງານວ່າ: ການຂາດທຶນຈາກການລົງທຶນທີ່ເຮັດໃຫ້ທະນາຄານ ຊີລີຄອນ ວັລເລແບ໋ງ ( SVB ) ຫຼົ້ມສະຫຼາຍລົງນັ້ນ ນັບວ່າໄດ້ສ້າງ ຄວາມວິຕົກກັງວົນໃຫ້ແກ່ລະບົບການເງິນຂອງສະຫະລັດອາເມຣິກາເປັນຢ່າງຍິ່ງ ໂດຍປີຜ່ານມາ ພາກທະນາຄານຂອງສະຫະລັດຂາດທຶນທາງບັນຊີ ( unrealized losses ) ສູງເຖິງ 620 ຕື້ໂດລາສະຫະລັດ ຈາກການລົງທຶນໃນພັນທະບັດເຊິ່ງໃຫ້ຜົນຕອບແທນຕ່ຳ.

อาจเป็นรูปภาพของ ข้อความ

ທະນາຄານສ່ວນໃຫຍ່ສາມາດຮັບມືກັບບັນຫາການຂາດທຶນທາງບັນຊີ ທີ່ເກີດຈາກການລົງທຶນໃນພັນທະບັດທີ່ໃຫ້ຜົນຕອບແທນຕ່ຳໄດ້ ດ້ວຍການລົງທຶນໃນພັນທະບັດນັ້ນຄິດເປັນສັດສ່ວນໜ້ອຍກວ່າ 25% ຂອງສິນຊັບທັງໝົດ 23,6 ລ້ານລ້ານໂດລາ ຂອງລະບົບທະນາຄານສະຫະລັດ ເມື່ອເດືອນທັນວາ 2022 ຜ່ານມາ.

ไม่มีคำอธิบายรูปภาพ

ນອກຈາກນີ້, ທະນາຄານສ່ວນໃຫຍ່ກໍແຕກຕ່າງຈາກ SVB ຢູ່ບ່ອນວ່າ ມີລູກຄ້າຫຼາກຫຼາຍປະເພດ ແລະ ບໍ່ມີທ່າອ່ຽງທີ່ຈຳເປັນທີ່ຈະຕ້ອງຖອນເງິນຝາກອອກຈາກທະນາຄານພ້ອມກັນ ເຊິ່ງກໍໝາຍຄວາມວ່າ ທະນາຄານໃນສະຫະລັດຍັງສາມາດເພິ່ງພາແຫຼ່ງເງິນທຶນອື່ນໆ ໂດຍບໍ່ມີທ່າອ່ຽງທີ່ຈະປະເຊີນກັບພາວະຂາດເງິນສົດຢ່າງກະທັນຫັນ.