ຮ່າໂນ້ຍ ເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນຫວຽດນາມ

32

ສຳນັກຂ່າວຊິນຫົວລາຍງານ ໂດຍອ້າງຂໍ້ມູນຈາກສູນສະຖິຕິແຫ່ງຊາດຫວຽດນາມ ເປີດເຜີຍວ່າ: ນະຄອນຫຼວງຮ່າໂນ້ຍ ເປັນເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນຫວຽດນາມ ໃນປີ 2022 ຜ່ານມາ, ຮອງລົງມາແມ່ນແຂວງກວາງນິ່ງ ເຊິ່ງມີນະຄອນ ຮາລອງ ຫຼື Ha Long Bay ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ອັນດັບ 3 ນະຄອນໂຮຈິມິນ ແລະ ອັນດັບ 4 ນະຄອນດານັງ. ສ່ວນກວາງຈິ ເປັນແຂວງ ທີ່ມີຄ່າຄອງຊີບຕ່ຳທີ່ສຸດ, ຮອງລົງມາແມ່ນ ຈ໋າວິງ, ເບ້ນແຈ່ ແລະ ນາມດິ້ງ.

อาจเป็นรูปภาพของ ถนน

ທັງນີ້, ຄ່າຄອງຊີບຂອງຫວຽດນາມ ໃນປີ 2022 ບໍ່ມີການເໜັງຕີງແຮງ ເມື່ອທຽບໃສ່ປີ 2021 ເຖິງວ່າເສດຖະກິດໂລກຈະຜັນຜວນຢ່າງໜັກ ຫຼື ຫຼາຍປະເທດໃນໂລກມີອັດຕາເງິນເຟີ້ສູງ ເມື່ອປີ 2022 ກໍຕາມ ແຕ່ອັດຕາເງິນເຟີ້ຂອງຫວຽດນາມ ຢູ່ໃນລະດັບທີ່ລັດຖະບານກຳນົດໄວ້ ເນື່ອງຈາກສິນຄ້າອຸປະໂພກ – ບໍລິໂພກທີ່ຜະລິດພາຍໃນ ສາມາດຕອບສະໜອງຢ່າງພຽງພໍກັບ ຄວາມຕ້ອງການຂອງສັງຄົມ.

อาจเป็นรูปภาพของ 2 คน, ถนน และ ถนน

ທັງນີ້, ດັດສະນີຄ່າຄອງຊີບເປັນຕົວບົ່ງຊີ້ທີ່ສະທ້ອນຄວາມແຕກຕ່າງຂອງລາຄາສິນຄ້າອຸປະໂພກ – ບໍລິໂພກ ແລະ ການບໍລິການໃນທ້ອງຖິ່ນ ແລະ ບັນດາແຂວງພາຍໃນເວລາໃດໜຶ່ງ ໂດຍສາມາດໃຊ້ເປັນຂໍ້ມູນອ້າງອີງໃນການສ້າງແຜນພັດທະນາເສດຖະກິດ – ສັງຄົມ ຫຼື ສຳລັບທຸລະກິດ ເພື່ອປະເມີນສັກກະຍະພາບການແຂ່ງຂັນດ້ານລາຄາ, ສ່ວນແບ່ງຕະຫຼາດ ແລະ ຕົ້ນທຶນການຜະລິດ.