ສະເຫຼີມສະຫຼອງບຸນປີໃໝ່ແບບໃດໃຫ້ປອດໄພ ທັງຄົນ ແລະຊັບສິນ

0
217

ເຊື່ອເຫຼືອເກີນວ່າ ອາທິດນີ້ຫຼາຍຄົນແມ່ນກຽມຈິດກຽມໃຈຈະກັບບ້ານກັບຊ່ອງກັນແລ້ວ ສຳລັບຜູ້ຢູ່ທາງໄກ ສ່ວນຜູ້ຢູ່ນະຄອນຫຼວງວຽງຈັນກໍ່ວາງແຜນໄວ້ຈະໄປທ່ຽວທາງໃດໃຫ້ໄດ້ມ່ວນອີ່ມໃຈສົມກັບການລໍຄອຍໃນໜຶ່ງປີ.

No photo description available.

ແນວໃດກໍ່ຕາມໃນທຸກໆປີໄລຍະປີໃໝ່ນອກຈາກຈະອອກໄປນອກພົບຜູ້ຄົນມາກໜ້າຫຼາຍຕາ ສ່ຽງຕໍ່ການເກີດອຸບັດຕິເຫດແລ້ວສິ່ງໜຶ່ງທີ່ຢູ່ທາງບ້ານທີ່ໜ້າເປັນຫ່ວງກໍ່ຄື ບັນຫາອັກຕີໄພ ແລະການລັກເລັກຂະໂມຍນ້ອຍ ເຮັດໃຫ້ສູນເສຍຊັບສິນມີຄ່າໃນເວລາທີ່ເຮົາພວມມ່ວນຢູ່ດ້ານນອກ.

No photo description available.
ສະນັ້ນ ເພື່ອຮັບປະກັນໃຫ້ແກ່ງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ແຕ່ວັນທີ 14-16 ເມສາ 2023 ທີ່ຈະໝູນວຽນມາເຖິງນີ້, ເປັນໂອກາດໜຶ່ງທີ່ສຳຄັນໃນການສືບຕໍ່ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງຄົນລາວ, ເຊິ່ງເປັນບຸນປາງໃຫຍ່ ທີ່ປວງຊົນລາວທັງຊາດຖືເອົາໂອກາດນີ້ ອວຍໄຊ ໃຫ້ພອນເຊິ່ງ ກັນ ແລະ ກັນ ຢູ່ພາຍໃນຄອບຄົວ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ ຢ່າງເບີກບານມ່ວນຊື່ນ, ທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ.

No photo description available.

ທາງກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຈຶ່ງໄດ້ອອກຂໍ້ເນາະນຳໃນຊ່ວງສະເຫຼີມສະຫຼອງບຸນປີໃໝ່ລາວນີ້ຄື:
1. ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະບ້ານ, ສຳນັກງານອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ, ເລົ້າສາງ, ກົມກອງທະຫານ, ກົມກອງຕຳຫຼວດ, ອົງການຈັດຕັ້ງສາກົນ ແລະ ການຈັດຕັ້ງສັງຄົມທຸກພາກສ່ວນຕ້ອງມີສະຕິເຄົາລົບ ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ, ພ້ອມທັງເຂົ້າຮ່ວມປະຕິບັດຕາມແຈ້ງການ, ຄໍາສັ່ງ ຂອງລັດຖະບານວາງອອກຢ່າງເຂັ້ມງວດ.
2. ຍົກສູງສະຕິລະວັງຕົວ, ປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ, ມີສະຕິໃນການກວດກາສະຖານທີ່ເຮືອນຊານ ເຄຫະສະຖານ, ບ່ອນຢູ່ອາໄສ ເພື່ອຮັບປະກັນບໍ່ໃຫ້ມີຊ່ອງຫວ່າງ ພາໃຫ້ເກີດອັກຄີໄພ ຫຼື ພວກກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວກໍ່ອາຊະຍາກຳ ເຊັ່ນ: ລັກຊັບ, ປຸ້ນຊັບ, ຊິງຊັບ ແລະ ອື່ນໆ.

No photo description available.
3. ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນເວນຍາມສໍານັກງານ-ອົງການ, ໂຮງຈັກ, ໂຮງງານ, ບ້ານ ກວດກາລາດຕະເວນແກ້ໄຂປະກົດການທີ່ບໍ່ດີຕ່າງໆໃນສັງຄົມ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
4. ເປັນເຈົ້າການຕື່ນຕົວເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ.
5. ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນດື່ມ ໃຫ້ປະຕິບັດຕາມແຈ້ງການ, ຄຳສັ່ງ ຂອງລັດຖະບານວາງອອກຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here