ເປີດກອງປະຊຸມສໍາມະນາວິຊາການສາກົນ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ຫົວຂໍ້“ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນ້ຳຂອງທີ່ໝັ້ນຄົງ ແລະ ຍືນຍົງ”

66

ໃນວາລະການດຳເນີນກອງປະຊຸມ ສໍາມະນາວິຊາການລະດັບສາກົນ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ໃນຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນ້ຳຂອງທີ່ໝັ້ນຄົງ ແລະ ຍືນຍົງ” ໃນວັນທີ 2-3 ເມສາ 2023, ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ເຊິ່ງເປັນກອງປະຊຸມກະກຽມເນື້ອໃນດ້ານວິຊາການ ໃຫ້ແກ່ກອງປະຊຸມສຸດຍອດ ຂອງຄະນະກຳມາທິການແມ່ນ້ຳຂອງຄັ້ງທີ 4 (4th International SUMMIT MRC) ໃນວັນທີ 4-5 ເມສາ 2023 ທີ່ຈະມາເຖິງ. ໂດຍການເຂົ້າຮ່ວມຂອງທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທັງເປັນສະມາຊິກສະພາມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຂອງ ສປປ ລາວ ແລະ ບັນດາປະເທດແມ່ນໍ້າຂອງ ແລະ ບັນດາຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ສາກົນເຂົ້າຮ່ວມ.


ໃນກອງປະຊຸມ ທ່ານນາງ ບຸນຄໍາ ວໍລະຈິດ ໄດ້ກ່າວບາງຕອນໃນວັນທີ 2 ເມສາ 2023 ວ່າ: ກອງປະຊຸມໃນຄັ້ງນີ້ ຈະເປັນໂອກາດອັນສໍາຄັນ ແລະ ທັນກັບເວລາພໍດີໃນການທົບທວນບັນດາວິທີການ ການພັດທະນາເຮັດຫຍັງ, ເຮັດແນວໃດ, ໃຜຈະເຮັດ ແລະ ເຮັດເວລາໃດ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ. ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງ “ເສດຖະກິດຈະເລີນຮຸ່ງເຮືອງ, ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແວດລ້ອມມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ” ແລະ ວາລະສາກົນປີ 2030 “ເປົ້າໝາຍການພັດທະນາແບບຍືນຍົງ”, ການສ້າງນະໂຍບາຍ, ເຕັກໂນໂລຊີ ແລະ ເສັ້ນທາງຂອງການຮ່ວມມືຢ່າງມີນະວັດຕະກຳແມ່ນເປັນສິ່ງທີ່ສຳຄັນເພື່ອສ້າງຂະບວນການໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນການແລກປ່ຽນຄວາມຮູ້ ແລະ ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບພະຍາກອນນໍ້າໃນອ່າງແມ່ນ້ຳຂອງ.

ສະເພາະ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ, ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ. ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມືກັບບັນດາປະເທດແມ່ນ້ຳຂອງໂດຍອີງຕາມສັນຍາແມ່ນ້ຳຂອງປີ 1995. ສັນຍາສະບັບດັ່ງກ່າວນີ້ ໄດ້ສ້າງພື້ນຖານໃຫ້ແກ່ພວກເຮົາເພື່ອສົ່ງເສີມອຸດົມການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນໃນອ່າງແມ່ນ້ຳຂອງ. ນັບຕັ້ງແຕ່ວັນທີ່ລັດຖະບານກຳປູເຈຍ, ສປປ ລາວ, ໄທ, ແລະ ຫວຽດນາມ ໄດ້ເຊັນສັນຍາສ້າງຕັ້ງຄະນະກຳມາທິການແມ່ນ້ຳຂອງສາກົນຮ່ວມກັນ ໃນປີ 1995.

ພວກເຮົາຍາມໃດກໍຍົກສູງເອົາທັດສະນະລະດັບພາກພື້ນເປັນຫຼັກ. ພວກເຮົາຍັງໄດ້ຮັບຮູ້ເຖິງການປະກອບສ່ວນທີ່ສຳຄັນຈາກຄູ່ຮ່ວມເຈລະຈາຂອງພວກເຮົາຄື: ສປ ຈີນ ແລະ ມຽນມາ ເຊັ່ນດຽວກັນກັບ ຈາກຄູ່ຮ່ວມພັດທະນາຂອງພວກເຮົາ ແລະ ຄູ່ຮ່ວມມືອື່ນໆຢູ່ທັງພາຍໃນ ແລະ ພາຍນອກພາກພື້ນ. ໃນຂະນະທີ່ພາກພື້ນຂອງພວກເຮົາ ແມ່ນພວມກຳລັງມີການປ່ຽນແປງ ແລະ ຫັນປ່ຽນຢ່າງໄວວາ, ພວກເຮົາຕ້ອງເຮັດວຽກຮ່ວມກັນຢ່າງຈິງຈັງຂຶ້ນກວ່າເກົ່າ. ພວກເຮົາ ຕ້ອງໄດ້ປະຕິບັດການຮ່ວມກັນກັບ ບັນດາພາກສ່ວນທີ່ກ່ຽວຂ້ອງຫຼາຍຂຶ້ນ ໂດຍຜ່ານເຕັກໂນໂລຊີ ທີ່ມີນະວັດກໍາທີ່ສາມາດຊ່ວຍໃຫ້ພວກເຮົາຫັນປ່ຽນການຄຸ້ມຄອງນ້ໍາ, ປັບປຸງການແລກປ່ຽນຂໍ້ມູນ ແລະ ຂ່າວສານ, ແລະ ສົ່ງເສີມລະບົບການຕິດຕາມດ້ວຍເຕັກໂນໂລຊີໃນລະດັບພາກພື້ນ.

ກົນໄກການຮ່ວມມືທີ່ມີນະວັດຕະກໍາເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ, ກໍຄືການຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ໂດຍສະເພາະເຂດຊຸມຊົນທີ່ມີຄວາມສ່ຽງໃນລະດັບພາກພື້ນ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນກອງປະຊຸມຄັ້ງນີ້ເຕັມໄປດ້ວຍບັນດາຜູ້ເຂົ້າຮ່ວມມາຈາກຫຼາກຫຼາຍພາກສ່ວນເປັນຕົ້ນແມ່ນ ຜູ້ແທນຕາງໜ້າຈາກລັດຖະບານ, ອົງການຈັດຕັ້ງລະດັບພາກພື້ນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ສະຖາບັນການສຶກສາ, ພາກເອກະຊົນ, ແລະ ຜູ້ຕາງໜ້າຈາກຊຸມຊົນ, ຈາກພາກສ່ວນອື່ນໆໃນທົ່ວໂລກເຊິ່ງມັນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງວ່າ ພວກທ່ານ ບໍ່ພຽງແຕ່ມີຄວາມສົນໃຈ, ແຕ່ຍັງແບ່ງປັນຄວາມຫ່ວງໄຍຕໍ່ກັບອ່າງແມ່ນໍ້າຂອງນໍາພວກເຮົາອີກດ້ວຍ.


ໝາກຜົນທີ່ຈະໄດ້ຮັບຈາກກອງປະຊຸມສາກົນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ສຳລັບບັນດາຜູ້ນຳຂອງພວກເຮົາ, ເພາະວ່າບັນດາໝາກຜົນເຫຼົ່ານີ້ຈະຖືກນໍາຂຶ້ນສະເໜີໃນກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມສຸດຍອດໃນວັນທີ 4-5 ເມສາ ເຊິ່ງຈະຈັດຂຶ້ນໃນອີກສອງວັນຕໍ່ໜ້າ. ຫວັງຢ່າງຍິ່ງວ່າ ການປຶກສາຫາລືໃນຄັ້ງນີ້ຈະເຕັມໄປດ້ວຍລັກສະນະແບບສ້າງສັນ ແລະ ມີໝາກຜົນຈາກບັນດາຜູ້ເຂົ້າຮ່ວມ, ພ້ອມທັງ ໄດ້ຮັບຄໍາຄິດຄໍາເຫັນທີ່ມີຄຸນຄ່າ ແລະ ເປັນປະໂຫຍດຈາກບັນດາທ່ານໃນລະຫວ່າງກອງປະຊຸມສຳມະນາສາກົນໃນຄັ້ງນີ້ ເຊິ່ງພວກເຮົາຈະສືບຕໍ່ນໍາໄປປຶກສາຫາລື ແລະ ດຳເນີນການຈັດຕັ້ງຮ່ວມກັນກັບເພື່ອນຮ່ວມງານ ແລະ ບັນດາຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ເພື່ອສ້າງຄວາມໝັ້ນຄົງທາງດ້ານນ້ຳ ແລະ ຄວາມຍືນຍົງໃນອ່າງແມ່ນ້ຳຂອງ.