ບໍ່ແກ້ວມາໄວ! ແຈ້ງການຄວບຄຸມສິນຄ້າໄລຍະປີໃໝ່ອອກມາແລ້ວ

90

ໃກ້ມາເຖິງທຸກຂະນະແລ້ວ ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ເປັນໄລຍະເວລາທີ່ມີຄວາມຕ້ອງການສິນຄ້າອຸປະໂພກ-ບໍລິໂພກສູງ ເພື່ອນຳໃຊ້ເຂົ້າໃນການສະເຫຼີມສະຫຼອງງານບຸນປີໃໝ່ ເມື່ອມີຄວາມຕ້ອງການຂອງຜູ້ບໍລິໂພກຫຼາຍຂຶ້ນກໍອາດເຮັດໃຫ້ເກີດມີການສວຍໃຊ້ໂອກາດໃນການປັບຂຶ້ນລາຄາຂາຍສິນຄ້າຂອງຜູ້ປະກອບການຕາມລຳພັງໃຈ.

No photo description available.

ສະນັ້ນ, ເພື່ອເປັນເຮັດໃຫ້ລາຄາສິນຄ້າໃນທ້ອງຕະຫຼາດມີສະຖຽນລະພາບເວົ້າສະເພາະ ແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈຂອງຜູ້ປະກອບການ ໃນວັນທີ 31 ມີນາຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວຈຶ່ງໄດ້ອອກແຈ້ງການສະບັບໜຶ່ງ ເພື່ອເປັນບ່ອງອີງໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະບຸນປີໃໝ່ລາວ.

No photo description available.
ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້າຂາຍ ນໍາສິນຄ້າຂອງຕົນອອກມາຈຳໜ່າຍໃຫ້ພຽງພໍ ພ້ອມຕິດປ້າຍລາຄາເປັນເງິນກີບ ຕາມລາຄາສິນຄ້າທີ່ລັດກຳນົດໃຫ້ ໂດຍສະເພາະແມ່ນໝວດສິນຄ້າຄວບຄຸມເຊັ່ນ: ເຂົ້າກິນ, ຊີ້ນສັດ, ປາ, ຫ້າມກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາຕາມລຳພັງໃຈ ແລະ ອື່ນໆ ທີ່ເປັນການລະເມີດລະບຽບກົດໝາຍ.

No photo description available.

ມອບໃຫ້ຂະແໜງການຄ້າພາຍໃນ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ແຕ່ງຕັ້ງເຈົ້າໜ້າທີ່ ລົງຕິດຕາມກວດກາ ລາຄາສິນຄ້າ ແລະ ຄ່າບໍລິການ ໃນຕະຫຼອດເທດສະການດັ່ງກ່າວ. ຫາກພົບເຫັນການລະເມີດ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕູນສິນຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມທີ່ ລັດກໍານົດ, ການຕິດປະກາດ ຫຼື ໂຄສະນາ ລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ, ການວັດແທກການຊັງຜ່ອງ (ຕາຊິງ) ບໍ່ໄດ້ມາດຕະຖານ, ການຈໍາໜ່າຍສິນຄ້າໝົດອາຍຸ, ການຈໍາໜ່າຍສິນຄ້າ ນອກລະບົບ (ສິນຄ້າເຖື່ອນ), ການຈຳໜ່າຍສິນຄ້າລອກຮຽນແບບ ແລະ ອື່ນໆ ແມ່ນໃຫ້ນຳໃຊ້ມາດຕະການກ່າວເຕືອນດ້ວຍການເຮັດບົດບັນທຶກ, ພ້ອມນໍາໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ ອື່ນໆ ທີ່ກ່ຽວຂ້ອງ ຢ່າງເຂັ້ມຢ່າງເຂັ້ມງວດ.

May be an image of text