ຈີນ ເປີດເວທີປຶກສາຫາລື ໂປອາວ ສຳລັບອາຊີ 2023

67

CRI ລາຍງານວ່າ: ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2023 ຂອງເວທີ ປຶກສາຫາລື ໂປອາວ ສຳລັບອາຊີ ( Boao Forum for Asia ) ພ້ອມທັງກ່າວຄຳປາໄສພິເສດ ພາຍໃຕ້ຫົວຂໍ້ “ ໂລກແຫ່ງບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມື ເພື່ອພັດທະນາ ທ່າມກາງບັນດາສິ່ງທ້າທາຍ ”.

อาจเป็นรูปภาพของ 6 คน และ ผู้คนกำลังยืน

ທ່ານ ຫຼີ ສຽງ ກ່າວວ່າ: ໃນໄລຍະ 10 ປີຜ່ານມາ, ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ສະເໜີແຜນຍຸດທະສາດທີ່ສຳຄັນ ກ່ຽວກັບປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເຊິ່ງໄດ້ກາຍເປັນແຫຼ່ງພະລັງທີ່ມີລັກສະນະແນ່ນອນ ໃນການຊຸກຍູ້ສັນຕິພາບຢ່າງຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມຂອງໂລກ. ພ້ອມດຽວກັນນີ້  ຕ້ອງສ້າງສິ່ງຄ້ຳປະກັນສັນຕິພາບ ແລະ ສະຖຽນລະພາບ ຂອງໂລກ ເພື່ອເພີ່ມຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ສັນຕິພາບ ແລະ ການພັດທະນາ ຂອງໂລກ.

ໜຶ່ງ ແມ່ນຮ່ວມກັນປົກປັກຮັກສາສະພາບແວດລ້ອມ, ການພັດທະນາທີ່ສັນຕິພາບ ແລະ ສະຖຽນລະພາບ ເພື່ອເພີ່ມ ຄວາມແນ່ນອນຫຼາຍກວ່າເກົ່າ ໃຫ້ແກ່ສະພາບການສາກົນທີ່ວຸ່ນວາຍ ປັ່ນປ່ວນ.

ສອງ ແມ່ນຮ່ວມກັນສ້າງສູນການເຕີບໂຕທີ່ມີຊີວິດຊີວາ ກວ່າເກົ່າ ເພື່ອເພີ່ມຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ການຟື້ນຟູເສດຖະກິດຂອງໂລກ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ ข้อความ

ສາມ ແມ່ນຮ່ວມກັນເປີດ ກວ້າງຊ່ອງທາງທີ່ເກີດຜົນແຫ່ງຄວາມສາມັກຄີ ແລະ ການຮ່ວມມືກັນ ເພື່ອເພີ່ມຄວາມແນ່ນອນຫຼາຍກວ່າເກົ່າ ເຂົ້າໃນການບໍລິຫານໂລກທີ່ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ.

ສີ່ ແມ່ນຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ໜັກແໜ້ນ ເພື່ອເພີ່ມຄວາມແນ່ນອນຫຼາຍກວ່າເກົ່າ ໃຫ້ແກ່ອະລິຍະທຳຕ່າງໆ ເຊື່ອມໂຍງເຂົ້າຫາກັນ.