ຂ່າວດ່ວນ! ຕະຫຼາດຂົວດິນແຈ້ງປິດປັບປຸງໄວໆນີ້

149

ຕະຫຼາດໜອງຈັນ ຫຼື ທີ່ຫຼາຍຄົນຮູ້ຈັກກັນດີໃນຊື່ຕະຫຼາດຂົວດິນ ແມ່ນເປັນຕະຫຼາດທີ່ມີປະຫວັດຄວາມເປັນມາຍາວນານ ຈະເວົ້າໄປແລ້ວຕະຫຼາດແຫ່ງນີ້ກາຍເປັນສັນຍາລັກໜຶ່ງຂອງນະຄອນຫຼວງກໍ່ວ່າໄດ້ ເຊິ່ງພໍ່ຄ້າຊາວຂາຍທີ່ຈຳນວນຫຼວງຫຼາຍແມ່ນໄດ້ສືບທອດຈາກລຸ້ນສູ່ລຸ້ນ ແລະ ພໍ່ແມ່ປະຊາຊົນໄດ້ໄປຊື້ຂາຍແລກປ່ຽນສິນຄ້າເປັນຈຳນວນຫຼາຍໃນແຕ່ລະວັນ.

No photo description available.

ແນວໃດກໍ່ດີ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ ໃນວັນທີ 30 ມີນາ 2023 ທີ່ຜ່ານມາ ທາງບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈໍາກັດ ໄດ້ອອກແຈ້ງການ ເພື່ອປິດຕະຫຼາດຊົ່ວຄາວຕັ້ງແຕ່ ວັນທີ 25 ເມສາ 2023 ເປັນຕົ້ນໄປ ເພື່ອດຳເນີນການກໍສ້າງປັບປຸງ ແລະ ພັດທະນາຕະຫຼາດໃຫ້ກາຍເປັນຕະຫຼາດທີ່ທັນສະໄໝຮອບດ້ານ ໂດຍອີງຕາມການພັດທະນາເສດຖະກິດສັງຄົມໃນປັດຈຸບັນ ແລະ ແນວທາງທິດຊີ້ນໍາຂອງພັກ-ລັດໄດ້ວາງອອກ.

No photo description available.
ດັ່ງນັ້ນ, ຈິ່ງຈຳເປັນຕ້ອງປັບປຸງຕະຫຼາດຫນອງຈັນ (ຕະຫຼາດຂົວດິນ) ຄືນໃໝ່ໃຫ້ ກາຍເປັນຕະຫຼາດແບບຢ່າງ ທີ່ທັນສະໄຫມ, ສະດວກ, ສະອາດ, ປອດໄພ ແລະ ການບໍລິການທີ່ດີຍິ່ງຂຶ້ນ ໃນເຊີງວັດທະນະທໍາ, ສົ່ງເສີມເອກະລັກຄວາມເປັນລາວຂຶ້ນມາໃຫ້ເປັນຕະຫຼາດແຫ່ງທໍາອິດຂອງ ສປປ ລາວ ແຕ່ຍັງຄົງ ຮັກສາຮູບແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ, ຕະຫຼາດຂາຍສົ່ງ-ຂາຍຍ່ອຍໄວ້ຄືເກົ່າ.

No photo description available.
ສະນັ້ນ, ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈໍາກັດ ຂໍຖືເປັນກຽດແຈ້ງມາຍັງຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຜູ້ທີ່ມາຊົມໃຊ້ຕະຫຼາດຫນອງຈັນ ລວມເຖິງທຸກພາກສ່ວນທີ່ ກ່ຽວຂ້ອງຊາບທົ່ວເຖິງກັນວ່າ: ເລີ່ມແຕ່ ວັນທີ 25 ເມສາ 2023 ເປັນຕົ້ນໄປຕະຫຼາດຫນອງຈັນ ຈະໄດ້ປິດໃຫ້ ບໍລິການຊົ່ວຄາວ ເພື່ອກໍ່ສ້າງປັບປຸງ ແລະ ພັດທະນາຕະຫຼາດຫນອງຈັນ ໃຫ້ກາຍເປັນຕະຫຼາດທີ່ທັນສະໄຫມຮອບດ້ານ.

No description available.