ສານໂລກຕັດສິນ ອາເມຣິກາ ບໍ່ມີສິດອາຍັດຊັບສິນບາງສ່ວນຂອງ ອີຣານ

84

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສານຍຸຕິທຳລະຫວ່າງປະເທດ ( ICJ ) ຫຼື ສານໂລກ ມີຄຳພິພາກສາເມື່ອວັນທີ 30 ມີນາຜ່ານມາວ່າ ສະຫະລັດອາເມຣິກາ ໄດ້ລະເມີດສັນຍາມິດໄມຕີ ແລະ ການຄ້າກັບ ອີຣານ ເຊິ່ງທັງສອງປະເທດລົງນາມຮ່ວມກັນ ເມື່ອປີ 1955 ນັ້ນກໍໝາຍຄວາມວ່າ ລັດຖະບານສະຫະລັດອາເມຣິກາ ບໍ່ມີອຳນາດອາຍັດຊັບສິນຂອງ ບໍລິສັດຫຼາຍແຫ່ງຂອງ ອີຣານ.

อาจเป็นรูปภาพของ กลางแจ้ง และ ปราสาท

ສານໂລກ ລະບຸວ່າ: ລັດຖະບານອີຣານ ມີສິດຮຽກຮ້ອງຄ່າຊົດເຊີຍຈາກສະຫະລັດ ໂດຍທັງສອງປະເທດຕ້ອງບັນລຸຂໍ້ຕົກລົງຮ່ວມກັນພາຍໃນເວລາ 24 ເດືອນ ນັບແຕ່ມື້ປະກາດຄຳວິນິດໄສ, ຫາກທັງສອງປະເທດບໍ່ສາມາດຕົກລົງກັນໄດ້, ສານໂລກຈະເປັນຜູ້ວິນິດໄສ ແລະ ກຳນົດຄ່າຊົດເຊີຍທີ່ສະຫະລັດຕ້ອງຈ່າຍໃຫ້ແກ່ອີຣານ.

ແນວໃດກໍຕາມ, ສານໂລກ ລະບຸວ່າ: ບໍ່ມີສິດອຳນາດຕາມກົດໝາຍທີ່ຈະຕັດສິນກ່ຽວກັບສະຖານະຂອງເງິນ 1.750 ລ້ານໂດລາສະຫະລັດ ທີ່ສະຫະລັດອາຍັດຈາກທະນາຄານກາງຂອງອີຣານ ເພື່ອນຳມາຈ່າຍເປັນຄ່າຊົດເຊີຍໃຫ້ແກ່ຄອບຄົວຂອງຜູ້ທີ່ໄດ້ຮັບຜົນກະທົບຈາກ “ ການກໍ່ການຮ້າຍ ”.

อาจเป็นรูปภาพของ กลางแจ้ง

ທັງນີ້, ສະຫະລັດໂຕ້ແຍ້ງວ່າ ສະຫະລັດ ໄດ້ຕັດຄວາມສຳພັນກັບ ອີຣານ ມາແຕ່ປີ 1979 ແລະ ສະຫະລັດໄດ້ຖອນຕົວອອກຈາກສົນທິສັນຍາດັ່ງກ່າວຢ່າງເປັນທາງການ ໃນປີ 2018 ແລ້ວ ແຕ່ສານໂລກກໍຕອບວ່າ ການດຳເນີນການທັງໝົດຂອງສະຫະລັດ ເກີດຂຶ້ນໃນຂະນະນັ້ນຍັງເປັນສະມາຊິກຂອງສົນທິສັນຍາດັ່ງກ່າວຢູ່.