ສປຊ ຮັບຮອງເອົາມະຕິວ່າດ້ວຍ ດິນຟ້າອາກາດ

51

ສຳນັກຂ່າວ AFP ລາຍງານວ່າ: ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ( ສປຊ ) ຫຼື UNGA ຮັບຮອງເອົາມະຕິແຫ່ງປະຫວັດສາດວ່າດ້ວຍ ດິນຟ້າອາກາດ ໂດຍສະເໜີໃຫ້ສານຍຸຕິທຳ ລະຫວ່າງປະເທດ ( ICJ ) ເຮັດໜັງສືແຈ້ງຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກ ໃນການຄວບຄຸມສະພາບດິນຟ້າອາກາດໂລກ.

อาจเป็นรูปภาพของ 3 คน และ สถานที่ในร่ม

ມະຕິດັ່ງກ່າວ ໄດ້ມີປະເທດສະມາຊິກຮັບຮອງເອົາ 132 ປະເທດ ຈາກສະມາຊິກ ສປຊ ທັງໝົດ 193 ປະເທດ, ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຂງແຮງຂອງປະຊາຄົມໂລກຕໍ່ການປ່ຽນແປງດິນຟ້າອາກາດ.

ດ້ວຍມະຕິສະບັບດັ່ງກ່າວນີ້ ເຊິ່ງເປັນຄັ້ງທຳອິດທີ່ສານຍຸຕິທຳລະຫວ່າງປະເທດຈະອອກຄຳເຫັນດ້ານນິຕິກຳ ກ່ຽວກັບການປ່ຽນແປງດິນຟ້າອາກາດ.

อาจเป็นรูปภาพของ สถานที่ในร่ม

ທ່ານ ອັນໂຕນີໂອ ກູເຕີເຣສ ( Antonio Guterres ) ເລຂາທິການໃຫຍ່ ສປຊ ຖະແຫຼງວ່າ: ບັນດາປະເທດສະມາຊິກກຳລັງພ້ອມກັນສ້າງປະຫວັດສາດໜ້າໃໝ່, ພ້ອມທັງເນັ້ນໜັກເຖິງຄຳເຫັນຂອງສານຍຸຕິທຳລະຫວ່າງປະເທດ ເຖິງວ່າບໍ່ມີຜົນຜູກມັດດ້ານນິຕິກຳກໍຕາມ ແຕ່ອົງການດັ່ງກ່າວນີ້ ຍັງສະໜັບສະໜູນສະມັດຊາໃຫຍ່ ແຫ່ງ ສປຊ ກໍຄື ບັນດາປະເທດສະມາຊິກ ໃນການລົງມືແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເຊິ່ງມີຄວາມຈຳເປັນຢ່າງຍິ່ງ ສຳລັບໂລກຂອງພວກເຮົາ.