ປັ່ນປ່ວນສັງຄົມ ປອມແປງເປັນທະນາຄານກາງ ເຕືອນໃຫ້ທຸກຄົນມີສະຕິ

139

ຍຸກໂລກາພິວັດ ມີມາພ້ອມທັງສິ່ງດີເປັນປະໂຫຍດ ແລະປະກົດການຫຍໍ້ທໍ້ ທີ່ອາດຊັກຈູງຄົນໃຫ້ເສຍຊັບສິນເງິນຄຳໄດ້ ສະນັ້ນ ທຸກຄົນຕ້ອງມີສະຕິໄຕ່ຕອງທຸກບັນຫາທີ່ພົບເຫັນໃນໂລກໂຊຊຽວ ໂດຍສະເພາະແນວທີ່ຈະເສຍເງິນເສຍຄຳ ຖ້າສົງໄສຕ້ອງສອບຖາມໄປຍັງພາກສ່ວນກ່ຽວຂ້ອງໂດຍກົງ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີ.

No photo description available.
ຕົວຢ່າງຫຼ້າສຸດໃນວັນທີ 30 ມີນາ 2023 ທີ່ຜ່ານມາທາງຫ້ອງການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ຊາບວ່າ ໃນປະຈຸບັນມີບຸກຄົນບໍ່ຫວັງດີ ໄດ້ເຮັດການປອມແປງເອກະສານໃນຮູບແບບແຈ້ງການຂອງຫ້ອງການ ທຫລ ວ່າ ໄດ້ຢັ້ງຢືນກ່ຽວກັບການສະເໜີແຫຼ່ງທຶນນຳເງິນຈາກຕ່າງປະເທດເພື່ອນຳເຂົ້າໂຄງການປູກຝັງລ້ຽງສັດໃນ ສປປ ລາວ ໂດຍເປັນຈຳນວນເງິນ 700 ລ້ານໂດລາສະຫະລັດເຂົ້າບັນຊີໃນກົງໂຕນຂອງທະນາຄານກາງ ພ້ອມທັງແຈ້ງວ່າໃຫ້ເສຍຄ່າພັນທະອາກອນ ແລະ ເສຍພັນທະໃຫ້ພາກລັດ ແລະ ອື່ນໆ.

No description available.

ໂດຍໃນຄວາມເປັນຈິງແລ້ວ ໜັງສືແຈ້ງການສະບັບດັ່ງກ່າວເປັນການສ້າງຂຶ້ນປອມແປງ, ຕັດຕໍ່ ແລະ ບໍ່ມີມູນຄວາມຈິງແຕ່ປະການໃດ ຜ່ານມາຫ້ອງການ ທຫລ ຂໍຢັ້ງຢືນວ່າບໍ່ເຄີຍແຈ້ງການໃນລັກສະນະນີ້ມາກ່ອນ, ພວກເຮົາມີແຕ່ແຈ້ງເຕືອນໃຫ້ສັງຄົມມີສະຕິລະວັງຕົວຕໍ່ກົນອຸບາຍກຸ່ມຄົນທີ່ແອບອ້າງວ່າມີແຫຼ່ງທຶນຈຳນວນມະຫາສານຈະນຳເຂົ້າໃນ ສປປ ລາວ, ແຕ່ຕົວຈິງແມ່ນເປັນການຕົວະປັ່ນປ່ວນສັງຄົມ. ພ້ອມນີ້, ຂໍແຈ້ງມາຍັງທຸກພາກສ່ວນຈົ່ງມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການແອບອ້າງກ່ຽວກັບການ ນຳເຂົ້າແຫຼ່ງທຶນດັ່ງກ່າວເດັດຂາດ, ຖ້າຫາກວ່າບຸກຄົນໃດມີພຶດຕິກໍາໃນການປອມແປງເອກະສານແມ່ນມີຄວາມຜິດຕາມກົດໝາຍ ແລະ ຈະໄດ້ສົ່ງໃຫ້ເຈົ້າໜ້າທີ່ດຳເນີນຕາມຂັ້ນຕອນຂອງລະບຽບກົດໝາຍ ຂອງ ສປປ ລາວ.

No description available.
ເຊິ່ງການປອມແປງເອກະສານນີ້ເປັນການກະທຳທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ເປັນຢ່າງຍິ່ງ ເຊິ່ງໄດ້ບັດຍັດໄວ້ໃນປະມວນກົດໝາຍອາຍາ ປີ 2017 ໝວດທີ 12, ມາດຕາ 374 ໂດຍມີເນື້ອໃນລະບຸວ່າ: ບຸກຄົນໃດ ຫາກໄດ້ປອມແປງ ເອກະສານ, ລາຍເຊັນ, ຕາປະທັບ, ໄດ້ຕັດ, ເພີ່ມຂໍ້ຄວາມໃນເອກະສານ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

ໃນກໍລະນີທີ່ການປອມແປງເອກະສານ ຫຼື ການໃຊ້ເອກະສານປອມ ຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫລາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 7.000.000 ກີບ ຫາ 20.000.000 ກີບ.