ການເປີດໂຕສຳນັກງານໃຫຍ່ຫຼັງໃໝ່ ຂອງທະນາຄານ ບີໄອຊີ ລາວ ຈຳກັດ ຢ່າງເປັນທາງການ

65

ໃນວັນທີ 24 ມີນາ 2023 ທີ່ຜ່ານມານີ້, ທະນາຄານ ບີໄອຊີ ລາວ ຈຳກັດ ໄດ້ຈັດງານເປີດໂຕຢ່າງເປັນທາງການ ສຳນັກງານໃຫຍ່ຫຼັງໃໝ່ ທີ່ຕັ້ງຢູ່ບ້ານໂພນສະອາດ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ການເປີດໂຕສຳນັກງານຄັ້ງນີ້ຍັງເປັນເປັນການລະນຶກ ແລະ ສະເຫຼີມສະຫຼອງຄວາມສຳເລັດຂອງທະນາຄານ ບີໄອຊີ ລາວ ຈຳກັດ ຄົບຮອບ 15 ປີ.

No photo description available.

ໃນງານດັ່ງກ່າວໄດ້ມີບັນດາແຂກກິດຕິມະສັກຈາກທາງພາກລັດ ເປັນຕົ້ນແມ່ນ ພະນະທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ລວມທັງບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກກະຊວງຕ່າງໆ ໄດ້ໃຫ້ກຽດເຂົ້າຮ່ວມ. ນອກນັ້ນ, ກໍ່ຍັງມີຕາງໜ້າຈາກຄູ່ຮ່ວມຍຸດທະສາດ ແລະ ບັນດາລູກຄ້າຄົນສໍາຄັນຂອງທະນາຄານຈາກຫຼາຍໆຂະແໜງການ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 1 person, standing and indoor
ທະນາຄານ ບີໄອຊີ ລາວ ຈຳກັດ, ແມ່ນມີຈຸດເລີ່ມຕົ້ນຈາກການເປັນສາຂາຂອງທະນາຄານຕ່າງປະເທດ ທີ່ມີຮູບແບບການດຳເນີນງານຕາມມາດຕະຖານສາກົນ ນັບແຕ່ປີ 2008 ເປັນຕົ້ນມາ. ໃນຕະຫລອດໄລຍະເວລາ 15ປີ ທີ່ຜ່ານມາ ທະນາຄານ ໄດ້ມີການພັດທະນາ ແລະ ເຕີບໃຫຍ່ຢ່າງກ້າວກະໂດດ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງລາວ ດ້ວຍການສະໜອງທຶນໃຫ້ແກ່ບັນດາໂຄງການ ແລະ ຫົວໜ່ວຍທຸລະກິດທີ່ສຳຄັນ ເພື່ອກະຕຸ້ນການສ້າງໂອກາດ ແລະ ຄວາມສາມາດຂອງທຸລະກິດໃຫ້ມີຄວາມຫຼາກຫຼາຍໃນການພັດທະນາ ທັງໃນຂົງເຂດພາກລັດ ແລະ ເອກະຊົນ.

May be an image of 1 person, indoor and text that says 'BICBank BIC Bank The Grand Opening of BIC Bank'g Headquarters and 15 Years ofS 24th March 2023 1F'
ໃນງານດັ່ງກ່າວ, ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກໍ່ໄດ້ກ່າວຄໍາເຫັນທີ່ສໍາຄັນ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍມາຍັງ ທະນາຄານ ບີໄອຊີ ທີ່ໄດ້ມີການພັດທະນາທຸລະກິດຢ່າງມີຜົນສໍາເລັດ ໃນ 15 ປີທີ່ຜ່ານມາ. ໃນນັ້ນ ທ່ານໄດ້ເນັ້ນໜັກວ່າ: “ທະນາຄານ ບີໄອຊີ ເປັນທະນາຄານທຸລະກິດ ທີ່ມີປະຫວັດຍາວນານ ໃນ ສ.ປ.ປ.ລາວ, ເປັນທະນາຄານທີ່ດໍາເນີນທຸລະກິດຢ່າງຫ້າວຫັນ ແລະ ມີປະສິດທິຜົນ. ພ້ອມດຽວກັນກໍ່ປະຕິບັດຕາມລະບຽບຫລັກການຂອງການຄຸ້ມຄອງທະນາຄານທຸລະກິດ ທີ່ທະນາຄານແຫ່ງ ສ.ປ.ປ.ລາວ ວາງອອກ ຢ່າງເຂັ້ມງວດ”.

May be an image of outdoors
ໃນເວລາກ່າວຄໍາເຫັນເປີດງານ, ທ່ານ ປອ. ລິດທິກອນ ພູມມະສັກ ປະທານສະພາບໍລິຫານທະນາຄານ ບີໄອຊີ ລາວ ຈໍາກັດ ໄດ້ຊີ້ແຈງວ່າ: “ທະນາຄານ ບີໄອຊີ ມີ ເຕັກນິກ ແລະ ຂັ້ນຕອນໃນການການປະເມີນດ້ານສິນເຊື່ອທີ່ຮັດກຸມ ຄຽງຄູ່ກັບການຄຸ້ມຄອງ ແລະ ການປະຕິບັດຕາມລະບຽບຫລັກການຢ່າງເຄັ່ງຄັດ, ຊຶ່ງເປັນພື້ນຖານຂອງອົງກອນທີ່ມີການບໍລິຫານຄວາມສ່ຽງຢ່າງມີປະສິດທິພາບ. ທະນາຄານ ບີໄອຊີ ໄດ້ຍຶດໝັ້ນໃນຄໍາຂວັນ ທີ່ວ່າ: “ເພາະພວກເຮົາຫ່ວງໃຍ ແລະ ໃສ່ໃຈ” ຊຶ່ງເປັນຫົວໃຈສໍາຄັນໃນການດໍາເນີນທຸລະກິດຂອງຕົນ. ໂດຍຍຶດໝັ້ນໃນຫລັກການຂອງຄໍາຂວັນດັ່ງກ່າວ ທະນາຄານບີໄອຊີ ມີຄວາມມຸ້ງໝັ້ນໃນການສົ່ງເສີມລູກຄ້າ ໃຫ້ມີການພັດທະນາຢ່າງເຂັ້ມແຂງ ທັງມີສ່ວນຮ່ວມໃນການພັດທະນາສັງຄົມແບບຍືນຍົງ. ເປົ້າໝາຍສູງສຸດຂອງທະນາຄານແມ່ນຢາກເຫັນລູກຄ້າເຕີບໃຫຍ່ ແລະ ປະສົບຜົນສຳເລັດຢ່າງບໍ່ຢຸດຢັ້ງ. ສະນັ້ນ, ທະນາຄານພວກເຮົາ ຈຶ່ງມີຄວາມຕັ້ງໃຈທີ່ຈະຢູ່ຄຽງຂ້າງລູກຄ້າໃນຖານະຄູ່ຮ່ວມງານ ເພື່ອໃຫ້ການສະຫນັບສະຫນູນ ແລະ ໃຫ້ຄໍາປຶກສາໃນການແກ້ໄຂບັນຫາ ເພື່ອສາມາດພັດທະນາ ກ້າວໄປຂ້າງໜ້າພ້ອມໆກັບລູກຄ້າ ຢ່າງໝັ້ນຄົງ”.

May be an image of 7 people, people standing and indoor
ທະນາຄານບີໄອຊີ ໄດ້ກຳນົດແຜນຍຸດທະສາດໃນການດໍາເນີນທຸລະກິດຄືນໃໝ່ ໂດຍເນັ້ນໃສ່ການສົ່ງເສີມການລົງທຶນ ແລະ ສະໜອງການບໍລິການຕາມຄວາມຕ້ອງການສະເພາະຂອງລູກຄ້າແຕ່ລະບຸກຄົນ ຫລື ເອີ້ນວ່າ “Investment and Private Banking”. ແຜນຍຸດທະສາດນີ້ ຈະຊ່ວຍໃຫ້ທະນາຄານສາມາດສັນສ້າງ ແລະ ພັດທະນາຜລິດຕະພັນ ໃຫ້ເໝາະສົມກັບຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າແຕ່ລະລາຍ. ຜລິດຕະພັນເຫລົ່ານີ້ແມ່ນຈະມີຄວາມແທດເໝາະ ແລະ ສາມາດໃຫ້ຜົນປະໂຫຍດກັບທຸກຝ່າຍໃນໄລຍະຍາວ. ດ້ວຍການກໍານົດເປົ້າຫມາຍເຫຼົ່ານີ້ ແລະ ການສ້າງຂັ້ນຕອນທີ່ຊັດເຈນໃນການດໍາເນີນງານ, ທາງທະນາຄານເຊື່ອວ່າການຮັກສາຄວາມສໍາພັນອັນໝັ້ນຄົງກັບລູກຄ້າ ແມ່ນເປັນການເສີມສ້າງການພັດທະນາທຸລະກິດແບບຍືນຍົງ.

May be an image of 11 people, people standing, suit and indoor
ເພື່ອສື່ເຖິງຄວາມຫ່ວງໃຍ ແລະ ໃສ່ໃຈ ຂອງທະນາຄານ ຕໍ່ກັບການປະກອບສ່ວນໃນສັງຄົມ, ທາງທະນາຄານໄດ້ເຊີນທາງ “ສູນ ອໍໍທິສຕິກ ລາວ” ເຂົ້າມາຮ່ວມໃນງານ ພ້ອມທັງໄດ້ມີການວາງສະແດງຮູບພາບ ທີ່ຖືກແຕ້ມໂດຍນ້ອງໆຈາກ ສູນ ອໍໍທິສຕິກ ລາວ ຈໍານວນຫລາຍສິບແຜ່ນ. ໃນນັ້ນ, ມີຮູບພາບຈໍານວນ 5 ແຜ່ນໄດ້ຖືກນໍາໄປປະມູນ. ລວມຍອດເງິນທີ່ໄດ້ຈາກການປະມູນດັ່ງກ່າວແມ່ນ 120,000,000 ກີບ, ນອກນີ້ຍັງມີການປະກອບສ່ວນບໍລິຈາກໂດຍແຂກທີ່ເຂົ້າຮ່ວມງານ ຈໍານວນ 24,633,333 ກີບ ແລະ 13,000,00 ບາດ. ລາຍຮັບທັງໝົດຈະຖືກມອບໃຫ້ ສູນ ອໍໍທິສຕິກ ລາວ ເພື່ອສ້າງໂຮງຮຽນສໍາລັບເດັກອໍໍທິສຕິກ.
ສຳນັກງານໃຫຍ່ຫຼັງໃໝ່ນີ້ ຕັ້ງຢູ່ໃກ້ກັບ ປະຕູໄຊ ແລະ ໃກ້ກັບບັນດາທະນາຄານໃຫຍ່ໆ ຊຶ່ງຖືເປັນສູນກາງທາງການເງິນຢູ່ໃນນະຄອນຫຼວງວຽງຈັນ. ຕົວອາຄານຂອງສຳນັກງານໃຫຍ່ໄດ້ຖືກອອກແບບຢ່າງພິຖີພິຖັນ, ມີລວດລາຍທີ່ປະກອບດ້ວຍຕົ້ນໄມ້ໄຜ່ ແລະ ການເຄືອບສີເງິນທີ່ງົດງາມ. ສິ່ງເຫລົ່ານີ້ແມ່ນຄວາມຕັ້ງໃຈຂອງທາງທະນາຄານ ທີ່ຈະສ້າງສະພາບແວດລ້ອມບ່ອນເຮັດວຽກທີ່ງົດງາມ ທັນສະໄໝ, ສາມາດຈຸດປະກາຍແນວຄວາມຄິດສ້າງສັນໃຫ້ແກ່ກຸ່ມຄົນລຸ້ນຕໍ່ໆໄປ.

May be an image of 10 people, people sitting, people standing and indoor
ສັນຍາລັກລາຍຕົ້ນໄມ້ໄຜ່ ຢູ່ເທິງອາຄານແມ່ນສະແດງເຖິງຄວາມແຂງແຮງ ແລະ ຍືນຍົງ, ຮາກຂອງມັນແລ່ນເລິກ ແລະ ແຜ່ກວ້າງ, ລໍາຕົ້ນມີຄວາມຢືດຢຸ່ນ ແລະ ບໍ່ແຕກຫັກ ຊຶ່ງໝາຍເຖິງຄວາມຢືດຢຸ່ນ ແຕ່ຍັງຄົງຮາກຖານທີ່ແໜ້ນໜາ ແລະ ໝັ້ນຄົງ. ນອກນີ້, ກໍ່ຍັງເປັນສັນຍາລັກຂອງຄວາມວ່ອງໄວ ແລະ ຄວາມຕັ້ງໃຈ, ຊຶ່ງເປັນການສະທ້ອນເຖິງຄວາມສາມາດຂອງທະນາຄານທີ່ມີຄວາມວ່ອງໄວໃນການຮັບມືກັບສະພາບແວດລ້ອມທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ.
ການເຄືອບສີເງິນຢູ່ບໍລິເວນອ້ອມຮອບອາຄານສະແດງເຖິງຄວາມເຂັ້ມແຂງ ຄວາມຮັ່ງມີ ແລະ ຄວາມສໍາເລັດ, ຊຶ່ງໄດ້ສື່ເຖິງຄວາມມຸ້ງໝັ້ນຕັ້ງໃຈໃນການພັດທະນາ ໂດຍບໍ່ຫວັ່ນໄຫວຕໍ່ກັບອຸປະສັກໃດໆ. ນີ້ແມ່ນການຕອກຢໍ້າຄວາມເຊື່ອຂອງທະນາຄານທີ່ວ່າ ໃນທຸກອຸປະສັກ ແມ່ນມີໂອກາດທີ່ດີແຝງຢູ່ , ແລະ ການເບີ່ງເຫັນໂອກາດໃນທຸກສະພາບການທີ່ທ້າທາຍ.

May be an image of 6 people, people standing and indoor
ການເປີດສໍານັກງານໃໝ່ແຫ່ງນີ້ ແມ່ນເປັນການສື່ເຖິງການເປີດກ້ວາງໂອກາດການຮ່ວມມືດ້ານທຸລະກິດ ແລະ ເປັນການເປີດຮັບຄວາມທ້າທາຍໃໝ່ໆ ຂອງທະນາຄານ, ປະກອບກັບການສະໜອງແນວຄວາມຄິດສ້າງສັນ ແລະ ນໍາສະເໜີວິທີການແກ້ໄຂບັນຫາທີ່ແທດເໝາະໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ເພື່ອຊ່ວຍຍົກລະດັບຮູບແບບການດໍາເນີນທຸລະກິດໃຫ້ດີຍີ່ງຂື້ນ. ສີ່ງເຫລົ່ານີ້ ຖືເປັນເອກະລັກຂອງທາງທະນາຄານ ທີ່ຈະສາມາດຊ່ວຍໃຫ້ລູກຄ້າໄດ້ຮັບຮູ້ໂອກາດທີ່ເປັນໄປໄດ້ສໍາລັບການປັບປຸງທຸລະກິດ ແລະ ໃຫ້ໄດ້ຮັບການບໍລິການທີ່ຫລາກຫລາຍ ບົນພື້ນຖານຂອງຄວາມຊື່ສັດຈິງໃຈ, ຄວາມປອງດອງ ແລະ ເອື້ອອາທອນ ເພື່ອສ້າງຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ແບບຍືນຍົງຮ່ວມກັນ.