ກຽມຈັດຢ່າງຍິ່ງໃຫຍ່ແຂ່ງຂັນປະກວດ ສິລະປະ-ວັນນະຄະດີ ນັກຮຽນມັດທະຍົມສຶກສາ ທົ່ວແຂວງຫົວພັນ

138

ເພື່ອເປັນການປະຕິບັດຕາມ 5 ຫຼັກມູນ ຂອງການສຶກສາ ແລະ ກິລາ, ທັງເປັນການອານຸວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງຊາດ ໃນຄໍ່າຄືນຂອງວັນທີ 3-4 ເມສາ 2023 ທີ່ຈະມາເຖິງນີ້ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ (ສກຂ) ຈະໄດ້ຈັດງານແຂ່ງຂັນປະກວດ ສິລະປະ-ວັນນະຄະດີ ນັກຮຽນມັດທະຍົມສຶກສາ ທົ່ວແຂວງຫົວພັນ ຄັ້ງທີ 2 ປະຈຳສົກຮຽນ 2022-2023 ເຊິ່ງຈະຈັດຂຶ້ນຢູ່ທີ່ ຫໍວັດທະນາທໍາແຂວງ ໂດຍຈະມີທີມສິລະປະນັກຮຽນຊັ້ນມັດທະຍົມມາຈາກ 10 ເມືອງທົ່ວແຂວງ, ບັນດາໂຮງຮຽນອ້ອມຂ້າງແຂວງທັງພາກລັດ, ເອກະຊົນ, ຄູຝຶກສອນ, ຜູ້ນໍາພາຈາກ 10 ເມືອງທົ່ວແຂວງ, ການນຳແຂວງ, ການນຳເມືອງ, ພະແນກການອ້ອມຂ້າງແຂວງ, ເມືອງ, ກອງບັນຊາການທະຫານ, ກອງບັນຊາການຕຳຫຼວດ, ເລຂາທິການສະພາປະຊາຊົນ, ອົງການທຽບເທົ່າ, ລັດວິສາຫະກິດ, ສາຂາ ທະນາຄານ, ໂຮງໝໍ, ບັນດາໝູ່ບ້ານອ້ອມຂ້າງເທດສະບານ, ຜູ້ເຂົ້າປະກວດ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ທ່ານ ສົມເພັດ ອິນທະສອນ ຮອງຫົວໜ້າພະແນກ ສກຂ ຫົວພັນ ທັງເປັນຄະນະຊີ້ນຳລວມໃນງານແຂ່ງຂັນ ປະກວດ ໃນຄັ້ງນີ້ໄດ້ໃຫ້ສຳພາດຕໍ່ນັກຂ່າວ ພະແນກ ສກຂ ຫົວພັນ ໃຫ້ຮູ້ວ່າ:………ຈຸດປະສົງຂອງການຈັດງານໃນຄັ້ງນີ້ແມ່ນ: ເພື່ອເປັນການປະຕິບັດຕາມ 5 ຫຼັກມູນ ຂອງກະຊວງສຶກສາທິການ ແລະ ກິລາ, ປະຕິບັດຕາມແຜນປະຈຳປີ 2023 ຂອງ ພະແນກ ສກຂ ຫົວພັນ ທັງເປັນການອານຸວັດທະນາທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ພ້ອມດຽວກັນນີ້ ພະແນກ ສກຂ ຫົວພັນ ຈະໄດ້ຈັດງານແຂ່ງຂັນປະກວດ ສິລະປະ-ວັນນະຄະດີ ນັກຮຽນມັດທະຍົມສຶກສາ ທົ່ວແຂວງຫົວພັນ ຄັ້ງທີ 2 ປະຈໍາສົກຮຽນ 2022-2023 ນີ້ຂຶ້ນໂດຍໄດ້ເອກະພາບກໍານົດເອົາ 5 ປະເພດແຂ່ງຂັນຄື: 1. ແຂ່ງຂັນປະກວດ ນັກຮ້ອງສຽງດີ, 2. ຂັບລຳທ້ອງຖິ່ນ, 3. ເປົ່າແຄນລາວ, 4. ຟ້ອນບັນດາເຜົ່າ ແລະ ຟ້ອນລາວປະຍຸກ (ທົ່ວໄປ) ເພື່ອຊີງຂັນພ້ອມດ້ວຍລາງຂອງ ທ່ານ ຫົວໜ້າ ພະແນກ ສກຂ, ເຊິ່ງຈະມີຜູ້ເຂົ້າແຂ່ງຂັນປະກວດ ແລະ ເຂົ້າຮ່ວມທັງໝົດຕາມແຈ້ງເຊີນ 505 ຄົນ, ຍິງ 270 ຄົນ, ຄະນະນຳພາ 73 ທ່ານ, ນັກສິລະປະ 432 ນ້ອງ,, ຍິງ 232 ນ້ອງ, ປະກອບດ້ວຍລາຍການແຂ່ງຂັນປະກວດ ຄື: ປະເພດຂັບຊໍາເໜືອ 11 ບົດ, ປະເພດເປົ່າແຄນລາວ 4 ບົດ, ປະເພດບົດຟ້ອນບັນດາເຜົ່າ 16 ບົດ, ປະເພດບົດຟ້ອນທົ່ວໄປ 16 ບົດ, ປະເພດຮ້ອງເພງ 16 ບົດເພງ, ໂດຍຜູ້ເຂົ້າແຂ່ງຂັນປະກວດມາຈາກ 10 ເມືອງທົ່ວແຂວງ ແລະ 6 ໂຮງຮຽນຄື: ມ ປາຍຕົວແບບແຂວງ, ມສ ພັນຊຳ, ມສ ພັນລາ , ມສ ຊົນເຜົ່າ, ມຕ ແກ້ວປັນຍາ ແລະ ໂຮງຮຽນ SOS, ການຮ່າງຫາກະກຽມຄວາມພ້ອມແມ່ນໄດ້ເລີ່ມແຕ່ວັນທີ 7 ກຸມພາ 2023 ເປັນຕົ້ນມາເຊິ່ງມາຮອດປັດຈຸບັນແມ່ນທຸກໆອານຸກຳມະການ ແລະ ຄະນະຮັບຜິດຊອບທຸກພາກສ່ວນໄດ້ມີຄວາມພ້ອມຮອບດ້ານແລ້ວ 100% ນັບທັງດ້ານບຸກຄະລາກອນ, ສະຖານທີ່, ອຸປະກອນຕ່າງໆ ແລະ ດ້ານງົບປະມານຮັບໃຊ້, ສຳລັບຜູ້ທີ່ຊະນະໃນງານແຂ່ງຂັນປະກວດ ໃນຄັ້ງນີ້: ຈະໄດ້ຮັບຂັນ-ລາງວັນ ຄື: ຊະນະເລີດ ປະເພດບົດຂັບລຳທ້ອງຖິ່ນ, ນັກຮ້ອງສຽງດີ ແລະ ເປົ່າແຄນ ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 2.000.000 ກີບ, ຮອງຊະນະເລີດໄດ້ຮັບເງິນສົດ 1.500.000 ກີບ, ລາງວັນທີ3 ໄດ້ຮັບເງິນສົດ 1.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 500.000 ກີບ ແລະ ລາງວັນຊົມເຊີຍເງິນສົດ 200.000 ກີບ, ປະເພດບົດຟ້ອນບັນດາເຜົ່າ ແລະ ບົດຟ້ອນປະຍຸກ (ທົ່ວໄປ) ຊະນະເລີດ ປະເພດບົດຂັບລຳທ້ອງຖິ່ນ, ນັກຮ້ອງສຽງດີ ແລະ ເປົ່າແຄນ ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 3.000.000 ກີບ, ຮອງຊະນະເລີດ ໄດ້ຮັບເງິນສົດ 2.000.000 ກີບ, ລາງວັນທີ3 ໄດ້ຮັບເງິນສົດ 1.500.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 800.000 ກີບ ແລະ ລາງວັນຊົມເຊີຍ ເງິນສົດ 200.000 ກີບ.

ຮ່ວມສະໜັບສະໜູນງານຄັ້ງນີ້ໂດຍ:
-ທະນາຄານພັດທະນາລາວສາຂາຫົວພັນ
-ບໍລິສັດລາວເທບຈະເລີນປະກັນໄພລາວສາຂາຫົວພັນ
-ເພັດຈະເລີນແຕ້ມປ້າຍ
-ວົງດົນຕຣີໝາກແຂ່ນແດນເໜືອ
ສົນໃນໂຄສະນາ, ສະໜັບສະໜູນ ແລະ ມີສ່ວນຮ່ວມຕິດຕໍ່ສອບຖາມ: 02096789858-22342420
ຂ່າວໂດຍ: ສີສົມສັກ (ສກຂ ຫົວພັນ).