ຢູ 17 ລາວ ຖືກຈັດຢູ່ກຸ່ມ A ຖ້າທຽບໃສ່ກຸ່ມອື່ນໆ ຖືວ່າເບົາສຸດ ໂອກາດເຂົ້າຮອບມີແນ່ນອນ

216

ຄວາມເຄື່ອນໄຫວຫຼ້າສຸດ ໃນວັນທີ 30 ມີນາ 2023 ຢູ່ທີ່ ນະຄອນຫຼວງບາງກອກ ປະເທດໄທ, ສະຫະພັນບານເຕະອາຊີ AFC ໄດ້ຈັບສະຫລາກແບ່ງສາຍການແຂ່ງຂັນບານເຕະຊີງແຊ໋ມອາຊີປະຈຳປີ 2023 ຮຸ່ນອາຍຸບໍ່ເກີນ 17 ປິ ຮອບສຸດທ້າຍ ຫຼື AFC U17 ASIAN CUP THAILAND 2023 Final ໂດຍ ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:

– ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
– ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
– ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ,
– ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ

ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023 ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023

ທີມຊາດລາວ U17 ຮອບຄັດເລືອກ ສ້າງຜົນງານຜ່ານເຂົ້າຮອບ 16 ທີມສຸດທ້າຍ ການແຂ່ງຂັນບານເຕ ຊີງແຊ໋ມອາຊີປິ 2022 ຮອບຄັດເລືອກ ກຸ່ມ I ຫຼື “AFC U17 Asian Cup 2023 Qualifiers Group I” ທີ່ຈັດຂຶ້ນລະຫວ່າງ ວັນທີ 5-9 ຕຸລາ 2022 ທີ່ປະເທດກຽກກິດສະຖານ ລົງແຂ່ງຂັນ 3 ນັດ ໃນກຸ່ມ I ຮອບຄັດເລືອກ ໂດຍຜົນງານນັດທໍາອິດU17 ລາວ ເສຍໃຫ້ ທີມຊາດອີຣານ 0-3, ນັດທີ 2 ຊະນະ ເຂດປົກຄອງພິເສດຮົງກົງ 5-0 ແລະ ນັດສຸດທ້າຍ ຊະນະ ເຈົ້າພາບ ກຽກກິດສະຖານ 2-1 ລວມມີ 6 ຄະແນນ ໄດ້ອັນດັບສອງຂອງກຸ່ມ ແລະ ເປັນອັນດັບສອງທີ່ມີຄະແນນດີສຸດທີມທີ 6 ຈາກ 10 ກຸ່ມ ເຂົ້າຮອບສຸດທ້າຍ.