ສຊປລ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

185

ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (23 ມີນາ ປີ 1955-23 ມີນາ ປີ 2023) ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດພິທີ ປາຖະກະຖາປະຫວັດມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຂຶ້ນ, ໃນວັນທີ 29 ມີນາ 2023. ທີ່ຫ້ອງປະຊຸມ ສຊປລ, ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມມີບັນດາຫົວໜ້າກົມ ແລະ ພະນັກງານປິ່ນອ້ອມ ສຊປລ ເຂົ້າຮ່ວມ.


ທ່ານ ມອນໄຊ ລາວມົວຊົ່ງ ເລຂາບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ປາຖະກະຖາປະຫວັດມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ບາງຕອນວ່າ: ພັກປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງການເມືອງ, ເປັນກອງນຳໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກກໍໄດ້ສືບຕໍ່ນຳພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່.


ຈຸດປະສົງ ຂອງພັກ ແມ່ນນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ພັກປະຊາຊົນປະຕິວັດລາວ ຖືເອົາຫຼັກມູນພື້ນຖານ ຂອງລັດທິມາກ – ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີ ຂອງພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕ ຂອງພັກ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນຫຼັກການ ຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕໍານິຕິຊົມເຊິ່ງກັນ ແລະ ກັນ ເປັນກົດເກນ ຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກຳລັງແຮງໃນການນໍາພາ ຂອງພັກ.


ພັກກຳເນີດຂຶ້ນໃນເງື່ອນໄຂທີ່ປະເທດເຮົາ ກໍຄື 3 ຊາດອິນດູຈີນ: ລາວ, ຫວຽດນາມ ແລະ ກຳປູເຈຍ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ; ດ້ວຍນໍ້າໃຈຮັກຊາດ ແລະ ຄຽດແຄ້ນ ຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນ 3 ຊາດອິນດູຈີນ ໄດ້ລຸກຂຶ້ນຕໍ່ສູ້ຈົນກາຍເປັນກະແສຟອງທີ່ຟົດເດືອດ, ສຳລັບ ຢູ່ປະເທດລາວ ພວກລ່າເມືອງຂຶ້ນຝຣັ່ງຍິ່ງກົດຂີ່ຂູດຮີດໜັກໜ່ວງເທົ່າໃດ, ປະຊາຊົນລາວກໍຍິ່ງຄຽດແຄ້ນຂຶ້ນເທົ່ານັ້ນ, ຂະບວນການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວເຜົ່າຕ່າງໆ ແຕ່ເໜືອເຖິງໃຕ້ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ຂະບວນການຕໍ່ສູ້ ເຊິ່ງນຳພາໂດຍອົງແກ້ວ – ອົງກົມມະດຳ, ຂະບວນການຕໍ່ສູ້ ນຳພາໂດຍພໍ່ກະດວດ, ຂະບວນການຕໍ່ສູ້ ນຳພາໂດຍເຈົ້າຟ້າປັດໃຈ, ຂະບວນການຕໍ່ສູ້ຂອງນາຍຄູຄຳ ແລະ ອື່ນໆ, ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນລ້ວນແຕ່ຖືກປາບປາມ ແລະ ປະລາໄຊ ຍ້ອນຫຼາຍສາເເຫດ, ແຕ່ສາເຫດສຳຄັນ ແລະ ເປັນປັດໄຈຕັດສິນແມ່ນຍ້ອນບໍ່ມີການຈັດຕັ້ງັກທີ່ຖືລັດທິມາກ-ເລນິດຊີ້ນຳ-ນໍາພາ.


ຕະຫຼອດ 68 ປີຜ່ານມາພາລະກິດອັນພົ້ນເດັ່ນຂອງພັກປະຊາຊົນປະຕິວັດລາວ ແມ່ນໄດ້ນຳາການຕໍ່ສູ້ປົດປ່ອຍຊາດ; ນຳພາປົກປັກຮັກສາ ແລະ ສ້າງສາປະເທດຊາດ; ນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່; ເສດຖະກິດປະເທດຊາດມີການຂະຫຍາຍຕົວຫຼາຍດ້ານ, ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ບັນດາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ໄດ້ຮັບການພັດທະນາແຕ່ເໜືອຕະຫຼອດໃຕ້ ແລະ ຍັງເຊື່ອມໂຍງກັບບັນດາປະເທດອ້ອມຂ້າງ ແລະ ອື່ນໆອີກ.


ທ່ານກ່າວຕື່ມວ່າ: ເພື່ອເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກເຂົ້າໃນການຈັດຕັ້ງປະຕິບັນດາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕ້ອງເປັນເຈົ້າການນຳພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆດັ່ງນີ້: 1). ສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມພາຍໃຕ້ການນຳພາ ຂອງພັກ; 2). ຕັ້ງໜ້າປຸກລະດົມຂົນຂວາຍການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ; 3). ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; 4). ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ປະເທດເຮົາພວມປະເຊີນຢູ່ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍ, ທັງເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ; 5). ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນລາວພາຍໃຕ້ຮົ່ມທຸງ ຂອງພັກ ແລະ ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ໃນກົງຈັກການຈັດຕັ້ງພັກ – ລັດ ແລະ ສັງຄົມ; 6). ຕັ້ງໜ້າປັບປຸງພາຍໃນພັກໃຫ້ເປັນພັກກຳອຳນາດທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມເປັນແບບຢ່າງນຳໜ້າ ຂອງພະນັກງານ, ສະມາຊິກພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງມະຫາຊົນ; 7). ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ສໍາເລັດຕາມແຜນການ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.


ເພື່ອບັນລຸຕາມຄາດໝາຍທີ່ພັກວາງອອກນັ້ນ ຈະຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການເມືອງ-ແນວຄິດຢ່າງຕັ້ງໜ້າແນໃສ່ສ້າງສະຕິບຸກຄົນ ແລະ ສະຕິສັງຄົມໃຫ້ສອດຄ່ອງກັບແນວທາງ ຂອງພັກ, ຄືດັ່ງຄຳເຫັນຊີ້ນຳບາງຕອນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທີ່ມີ ຕໍ່ກອງປະຊຸມວຽກງານການເມືອງ – ແນວຄິດ ທົ່ວປະເທດ ຄັ້ງທີ V ວ່າ: “ຖ້າຖືວຽກງານການເມືອງ – ແນວຄິດປຽບເໝືອນສະໜາມຮົບ ແນ່ນອນຕ້ອງເວົ້າເຖິງການຕໍ່ສູ້, ການຕໍ່ສູ້ໃນທີ່ນີ້ ແມ່ນການຕໍ່ສູ້ ລະຫວ່າງ ອັນຖືກ ກັບອັນຜິດ ຢູ່ໃນກະໂຕສະມາຊິກພັກເຮົາ; ສະນັ້ນ ຄວາມຖືກຕ້ອງ, ຄວາມເປັນທຳ ຕ້ອງຕີຖອຍແນວຄິດທີ່ຜິດເຂວອອກໄປ, ສຸດທ້າຍແນວຄິດທີ່ຖືກຕ້ອງ, ການກະທໍາທີ່ຖືກຕ້ອງ ເອົາຊະນະແນວຄິດທີ່ບໍ່ຖືກຕ້ອງ ແລະ ຜິດເຂວນັ້ນ, ພ້ອມທັງເດັດດ່ຽວບໍ່ປະປ່ອຍໃຫ້ຄວາມຄິດ ແລະ ການກະທຳທີ່ບໍ່ຖືກຕ້ອງກືນກິນເນື້ອທີ່ ແລະ ຄອບງຳມັນສະໜອງ ຫຼື ແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາເປັນອັນຂາດ”.

[ພາບ;ຂ່າວ: ຄຳນ້ອຍ]