ອຸດົມໄຊ ບໍ່ມີເຫດລັກຕັດສາຍໄຟແລ້ວ ດ້ານຫົວໜ້າ ປກສ ແຂວງ ຮຽກຮ້ອງໃຫ້ປະຊາຊົນ ປະກອບສ່ວນຮັກສາ ໂຄງການລົດໄຟ ລາວ-ຈີນ

139

ພາຍຫຼັງທີ່ມີການກໍ່ສ້າງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈົນປະກາດນຳໃຊ້ຢ່າງເປັນທາງການ, ຫຼາຍສະຖານີຢູ່ຫຼາຍແຂວງ ກໍເກີດມີກຸ່ມຄົນບໍ່ດີໄປລັກງັດ, ລັກຕັດສາຍໄຟ, ນັອດ ແລະ ອື່ນໆ ທີ່ຈະອາດຜົນກະທົບຕໍ່ການຂົນສົ່ງຂອງລົດໄຟ ແລະ ແຂວງອຸດົມໄຊ ກໍເປັນແຂວງໜຶ່ງທີ່ເກີດເຫດການດັ່ງກ່າວຂຶ້ນ ດັ່ງນັ້ນກໍາລັງປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນໂຄງການລົດໄຟ ລາວ-ຈີນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການນັບແຕ່ມື້ເລີ່ມຕົ້ນຈົນຮອດປັດຈຸບັນ ສາມາດດໍາເນີນໄປໄດ້ຢ່າງສະດວກສະບາຍ. ພ້ອມນີ້ ຫົວໜ້າກອງບັນຊາ ການ ປກສ ແຂວງອຸດົມໄຊ ກໍໄດ້ຮຽກຮ້ອງເຖິງບໍ່ແມ່ປະຊາຊົນ, ຜູ້ປະກອບການຊ່ວຍເປັນຫູເປັນຕາ, ປົກປັກຮັກສາທາງລົດໄຟຮ່ວມກັນ.


ທ່ານ ພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາ ການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດວ່າ: ນັບແຕ່ມື້ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການລົດ ໄຟ ລາວ-ຈີນ, ກໍາລັງ ປກສ ແຂວງ ໄດ້ເອົາໃຈໃສ່ ຮ່ວມກັບ ກໍາລັງທີ່ກ່ຽວຂ້ອງຂອງແຂວງ ແລະ ຈາກກະຊວງປ້ອງກັນຄວາມສະຫງົບ ເພື່ອປະຕິບັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແລວທາງລົດໄຟໄລຍະທາງຜ່ານ ແຂວງອຸດົມໄຊ ຢ່າງເຂັ້ມງວດ, ພ້ອມນີ້ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງໄກ່ເກ່ຍເພື່ອຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ.


ພາຍຫຼັງເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຄວາມໃຫ້ແຂວງຮັບຜິດຊອບວຽກງານນີ້ໂດຍກົງ. ຈາກນັ້ນ ປກສ ແຂວງ ຮ່ວມກັບ ປກສ ບັນດາເມືອງທີ່ກ່ຽວຂ້ອງ ໄດ້ສືບຕໍ່ຈັດສັນກໍາລັງປະຈໍາຢູ່ຕາມສະຖານີ, ອຸມົງ ແລະ ແຕ່ລະຈຸດສໍາຄັນຕ່າງໆ, ພ້ອມນີ້ ຍັງມີໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນໄຫວເພື່ອໂຄສະນາໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟພາຍໃນແຂວງ ເປັນເຈົ້າການປົກປັກຮັກສາເສັ້ນທາງລົດໄຟຮ່ວມກັນຢ່າງຕໍ່ເນື່ອງ, ທັງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາ ແລະ ເຮັດບົດບັນທຶກກັບຜູ້ປະກອບການຮ້ານເກັບຊື້ເຫຼັກເສດພາຍໃນແຂວງບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ຖືກຕ້ອງຈາກກຸ່ມຄົນບໍ່ດີຕ່າງໆ.


ທ່ານ ພົນຈັດຕະວາ ສີວອນ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການເຄື່ອນໄຫວປ້ອງກັນຄວາມສະຫງົບຕາມເສັ້ນທາງລົດ ໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ຢ່າງເປັນເຈົ້າການມາຮອດປັດຈຸບັນ ໂດຍລວມເຫັນວ່າການຈັດຕັ້ງປະຕິບັດທຸກວຽກ ງານແມ່ນມີຄວາມສະດວກດີ ຍ້ອນຂັ້ນເທິງໃຫ້ການຊີ້ນໍາຢ່າງໃກ້ຊິດ ແລະ ຕໍ່ເນື່ອງ. ນອກຈາກນີ້ ຍັງມີບັນດານິຕິກໍາທີ່ກ່ຽວຂ້ອງເປັນເຄື່ອງມື ແລະ ບ່ອນອີງສໍາຄັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ສ່ວນດ້ານປະກົດການຫຍໍ້ທີ່ເກີດຂຶ້ນ ແມ່ນພົບເຫັນແຕ່ໃນໄລຍະເລີ່ມຕົ້ນຂອງການຈັດຕັ້ງປະຕິບັດໂຄງການເທົ່ານັ້ນ ເນື່ອງຈາກເຈົ້າໜ້າທີ່ສາມາດຈັບກຸ່ມຄົນບໍ່ຫວັງດີໄດ້ຈໍານວນໜຶ່ງທີ່ມາລັກສາຍໄຟ ແລະ ຫຼັກຮົ້ວຂອງໂຄງການ. ຢ່າງໃດກໍຕາມ ມາຮອດປັດຈຸບັນນີ້ ບັນດາປະກົດການຫຍໍ້ທໍ້ດັ່ງກ່າວແມ່ນບໍ່ປະກົດໃຫ້ເຫັນອີກແລ້ວ.


ທ່ານກ່າວຕື່ມວ່າ: ໃນໄລຍະຜ່ານມາ ປະຊາຊົນຢູ່ບັນດາບ້ານຕາມລຽບຕາມເສັ້ນທາງລົດໄຟພາຍໃນແຂວງອຸດົມໄຊໃຫ້ການຮ່ວມມືປະກອບສ່ວນຄຸ້ມຄອງ ແລະ ປົກປັກຮັກສາ ກໍຄື ຈັດຕັ້ງປະຕິິບັດຕາມລະບຽບທີ່ໂຄງການລົດໄຟລາວ-ຈີນ, ລວມເຖິງບັນດານິຕິກໍາທີ່ລັດຖະບານລາວວາງອອກໄດ້ດີ ຈຶ່ງເຮັດໃຫ້ການກໍ່ສ້າງ ກໍຄືການບໍລິການລົດໄຟຢູ່ແຂວງອຸດົມໄຊ ສາມາດດໍາເນີນໄປໄດ້ຢ່າງສະດວກສະບາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ. ຢ່າງໃດກໍຕາມ ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ທີ່ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ ເກີດຂຶ້ນ, ຂໍຮຽກຮ້ອງໃຫ້ບັນດາຜູ້ປົກຄອງທຸກຄົນ ຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປລັກອຸປະກອນຂອງທາງລົດໄຟ ຫຼື ເອົາສັດຕ່າງໆເຂົ້າໄປລ້ຽງໃນເຂດແລວເສັ້ນທາງລົດໄຟລາວ- ຈີນ. ພ້ອມນີ້ ບັນດາຜູ້ປະກອບການຮັບຊື້ເຫຼັກເສດຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດດ້ວຍການບໍ່ຊື້ເຫຼັກເສດຈາກກຸ່ມຄົນບໍ່ດີນໍາໄປຂາຍ, ທັ້ງນີ້ກໍ່ເພື່ອເຮັດໃຫ້ລົດໄຟລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານລາວ ແລະ ຈີນ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນຊາວແຂວງອຸດົມໄຊ ກໍຄືປະເທດລາວເຮົາ.


ສໍາລັບແຂວງອຸດົມໄຊ ແມ່ນແຂວງທີ່ມີໄລຍະທາງລົດໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນບັນດາແຂວງທີ່ມີທາງລົດໄຟດັ່ງກ່າວຜ່ານໃນລາວ ມີຄວາມຍາວທັັງໝົດ 120 ກວ່າກິໂລ ແມັດ ໂດຍຜ່ານ 3 ເມືອງພາຍໃນແຂວງ ຄື: ເມືອງໄຊ, ເມືອງງາ ແລະ ເມືອງນາໝໍ້, ປະກອບມີ 9 ສະຖານີ, ແຕ່ໄລຍະທໍາອິດແມ່ນກໍ່ສ້າງພຽງ 3 ສະຖານນີ ຄື: ສະຖານີເມືອງໄຊ, ສະຖານີເມືອງນາໝໍ້, ແລະ ສະຖານີເມືອງງາ.