ຈັນທະບູລີ ປະກາດເຖິງ 1.700 ກວ່າຫົວໜ່ວຍທຸລະກິດໃຫ້ເຂົ້າແຈ້ງເສຍກອາກອນ

42

ການເສຍອາກອນໃຫ້ແກ່ລັດແມ່ນຖືເປັນພັນທະໜຶ່ງຂອງປະຊາຊົນລາວ ທີ່ຈະຕ້ອງປະພຶດປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງຜູ້ທີ່ມີລາຍໄດ້ທຸກຄົນຈະຕ້ອງໄດ້ເສຍພັນທະອາກອນເຂົ້າລັດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ເພື່ອເປັນການປະຕິປັດໃຫ້ຖຶກຕ້ອງຕາມກົດໝາບລະບຽບການຂອງບ້ານເມືອງ ໃນວັນທີ 29 ມີນາ 2023 ທີ່ຜ່ານມາ ທາງສ່ວຍສາອາກອນປະຈຳເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການ ເຖິງວິສາຫະກິດທີ່ຂຶ້ນກັບເມືອງໄປແຈ້ງເສຍອາກອນພາຍໃນ 15 ວັນລັດຖະການ.

May be an image of twilight and sky

ໂດຍສ່ວຍສາອາກອນປະຈຳເມືອງຈັນທະບູລີ ໄດ້ແຈ້ງເຖິງ ບຸກຄົນ, ນິຕິບຸກຄົນ ທີ່ເປັນນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຫຼື ໄດ້ຮັບໃບທະບຽນວິສາຫະກິດຈາກຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຮັບການຢັ້ງຢືນເຂົ້າລະບົບ TAXRIS ຈາກສ່ວຍສາອາກອນປະຈຳເມືອງ ຜ່ານການເດີນສຳຫຼວດເກັບກຳຂໍ້ມູນສະຖິຕິການແຈ້ງ-ມອບພັນທະອາກອນ ເຫັນວ່າມີຫົວໜ່ວຍທຸລະກິດທີ່ບໍ່ມາແຈ້ງມອບພັນທະອາກອນ ຈໍານວນ 1.782 ຫົວໜ່ວຍ ແມ່ນໃຫ້ເຂົ້າມາພົວພັນແຈ້ງມອບພັນທະອາກອນ, ການເຄື່ອນໄຫວຂອງຫົວໜ່ວຍທຸລະກິດດັ່ງກ່າວ ຕໍ່ສ່ວຍສາອາກອນປະຈຳເມືອງຈັນທະບູລີ ພາຍໃນກຳນົດ 15 ວັນລັດຖະການ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

No photo description available.

ຖ້າກໍລະນີຍັງບໍ່ມາແຈ້ງ, ບໍ່ມາຍື່ນບົດສະຫຼຸບບັນຊີປະຈຳປີ ເພື່ອອອກໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ສ່ວຍສາອາກອນປະຈຳເມືອງຈັນທະບຸລີຈະໄດ້ປະສານກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຂໍລົບລ້າງອອກຈາກຖານຂໍ້ມູນ, ດຳເນີນການປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

No photo description available.