ເມສຊີ ເຮັດໄດ້ແລ້ວຍິງປະຕູທະລຸ 100 ໜ່ວຍກັບ ທີມຊາດອາເຈນຕິນາ

39

ລິໂອເນລ ເມສຊີ ກອງໜ້າຈາກສະໂມສອນປາຣີສ ແຊງແຊກແມງ ຍິງປະຕູໃຫ້ກັບທີມຊາດອາເຈນຕິນາ ທະລຸ 100 ປະຕູເປັນທີ່ຮຽບຮ້ອຍ ຫຼັງຈາກທີ່ລົງຮັບໃຊ້ທີມຊາດນັດທີ 174 ນັດ ດ້ວຍການເຮັດແຮັດທຣິກ ( ຍິງຄົນດຽວ 3 ປະຕູ ) ໃນນັດອຸ່ນເຄື່ອງພາທີມເປີດບ້ານຖະຫຼົ່ມ ທີມຊາດຄູຣາເຊົາ ( Korsou ) ໄປຂາດລອຍ 7-0 ເມື່ອວັນ 28 ມີນາ 2023.

ກ່ອນໜ້ານີ້ ເມສຊີ ຍິງໄປແລ້ວ 99 ປະຕູຂາດພຽງອີກ 1 ປະຕູກໍຈະຍິງໃຫ້ກັບ ທີມຊາດອາເຈນຕິນາ ຄົບ 100 ປະຕູ ແລະ ນັດຫຼ້າສຸດ ເມສຊີ ກໍໂດດເດັ່ນຍິງປະຕູທີ 100 ຂອງຕົວເອງໃຫ້ກັບທີມຊາດ ນາທີໆ 20 ກ່ອນທີ່ຈະຍິງປະຕູທີ 101 ແລະ 102 ໃຫ້ກັບທີມຊາດໃນນາທີໆ 33 ກັບ 37 ເຊິ່ງກໍເປັນການເຮັດແຮັດທຣິກໃຫ້ກັບ ທີມຊາດອາເຈນຕິນາ ອີກດ້ວຍໃນນັດທີ່ຖະຫຼົ່ມ ຄູຣາເຊົາ 7-0.

ຈາກຜົນດັ່ງກ່າວ ເຮັດໃຫ້ ລິໂອເນລ ເມສຊີ ເຈົ້າຂອງດາວຍິງສູງສຸດຕະຫຼອດການຂອງທີມຊາດອາເຈນຕິນາ ຍິງປະຕູໄປແລ້ວ 102 ປະຕູ, ສ່ວນອັນດັບ 2 ເປັນຂອງ ດາບຣຽລ ບາຕິສຕູຕາ 56 ປະຕູ ແລະ ອັນດັບ 3 ເຊຄິໂອ ອິເກວໂຣ ຍັງໄດ້ 41 ປະຕູ.
ໂດຍ: Larh Creators