ເຟີກູສັນ-ເວນເກີ 2 ຜູ້ຈັດການທີມຄົນທໍາອິດ ຖືກບັນຈຸເຂົ້າຫໍກຽດຕິຍົດ ພຣີເມຍລີກ ອັງກິດ

57

ພຣີເມຍລີກ ອັງກິດ ເຊີດຊູ ເຊີ ອິເລັກຊ໌ ເຟີກູສັນ ແລະ ອາແຊນ ເວນເກີ ໃຫ້ເປັນ 2 ຜູ້ຈັດການທີມຄົນທໍາອິດເຂົ້າສູ່ ຮອລລ໌ ອອຟ ເຟມ (Premier League Hall of Fame) ຫຼື ຫໍກຽດຕິຍົດ ຫຼັງທັງ 2 ປະສົບຄວາມສໍາເລັດຢ່າງຍິ່ງໃຫຍ່ ແລະ ພາທີມຄວ້າແຊັມລີກຮ່ວມກັນໄດ້ເຖິງ 16 ສະໄໝ.

ເຊີ ອະເລັກຊ໌ ເຟີກູສັນ ຕໍານານຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ພາທີມລົງແຂ່ງຂັນຍາວນານເຖິງ 27 ປີລະຫວ່າງປີ 1986-2013 ພາທີມຄວ້າແຊັມລີກໄດ້ເຖິງ 13 ສະໄໝ ຫຼັງຄວ້າແຊັມຄັ້ງທໍາອິດໃນລະດູການ 1992-1993 ລວມທັງໄດ້ແຊັມລາຍການອື່ນໆອີກຢ່າງຫຼວງຫຼາຍ ໂດຍສະເພາະພາທີມຊະນະເຖິງ 528 ນັດຈາກທັງໝົດ 810 ນັດ ແລະ ເກັບຄະແນນໄດ້ 1.752 ຄະແນນ ລວມທັງຍັງຄວ້າລາງວັນຜູ້ຈັດການທີມດີເດັ່ນປະຈໍາລະດູການເຖິງ 11 ສະໄໝ ແລະ ຜູ້ຈັດການທີມດີເດັ່ນປະຈໍາເດືອນ 27 ຄັ້ງ.

ຂະນະທີ່ ລູກທີມ ຫຼື ເດັກປັ້ນຂອງ ເຟີິກູສັນ ທີ່ໄດ້ຮັບບັນຈຸເຂົ້າກໍກຽດຕິຍົດຂອງພຣີເມຍລີກ ໄປກ່ອນໜ້ານີ້ປະກອບມີ ປີເຕີ ຊະໄມເຄິລ, ຣອຍ ຄີນ, ເດວິດ ເບັກແຮມ, ພອລ ສະໂຄສ໌, ເອຣິກ ຄັນໂຕນາ ແລະ ເວນ ຣູນີ.

ສ່ວນ ເວນເກີ ພາທີມ ເຊນອລ ລົງແຂ່ງຂັນທັງໝົດ 22 ລະດູການລະຫວ່າງປີ 1996-2018 ພາທີມໄດ້ແຊັມພຣີເມຍລີກ ອັງກິດ 3 ສະໄໝ ແລະ ໄດ້ຮັບການຍົກຍ້ອງຫຼາຍພໍສົມຄວນ ເມື່ອລະດູການ 2003-2004 ທີ່ພາທີມຄວ້າແຊັມ ໂດຍທີ່ບໍ່ເສຍໃຫ້ກັບທີມໃດ, ສ່ວນສະຖິຕິພາ ເອເຊນອລ ຊະນະໃນລີກ 476 ນັດຈາກ 828 ນັດ ພ້ອມທັງໄດ້ຮັບລາງວັນຜູ້ຈັດການທີມດີເດັ່ນປະຈໍາລະດູການໃນປີ 1998, 2002 ແລະ 2004. ຂະນະທີ່ ລູກທີມຢ່າງ ເທຍຣີ ອອງຣີ ແລະ ປາທຣິກ ວິເອຣາ ກໍໄດ້ຮັບບັນຈຸເຂົ້າສູ່ຫໍກຽດຕິຍົດນັກເຕະພຣີເມຍລີກ ອັງກິດ ໄປແລ້ວ.
ໂດຍ: Larh Creators