ເສດຖະກິດຂອງອາເມຣິກາ ອາດເຂົ້າສູ່ພາວະຖົດຖອຍ

43

ສຳນັກຂ່າວ CNBC ລາຍງານວ່າ: ທ່ານ ເຈຟຣີ ກຸນແລຊ ຜູ້ບໍລິຫານ ບໍລິສັດ Doubleline Capital ຄາດຄະເນສະພາວະຖົດຖອຍທາງເສດຖະກິດຂອງສະຫະລັດອາເມຣິກາ ຈະເລີ່ມຂຶ້ນໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ແລະ ມີ ຄວາມຈຳເປັນຢ່າງຍິ່ງທີ່ທະນາຄານກາງສະຫະລັດ ( ເຟດ ) ຈະອອກມາດຕະການຮັບມືຢ່າງຈິງຈັງ.

ທ່ານ ເຈຟຣີ ກຸນແລຊ ຄາດການວ່າ: ເຟດ ອາດຈະປັບລົງອັດຕາດອກເບ້ຍນະໂຍບາຍ 2 ຄັ້ງໃນປີນີ້ ເນື່ອງຈາກພາບລວມດ້ານເສດຖະກິດຂອງສະຫະລັດອ່ອນແອລົງຢ່າງເຫັນໄດ້ຊັດເຈນ. ຂະນະທີ່ນັກວິເຄາະຄາດການວ່າ ເຟດ ອາດຈະປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,25% ໃນເດືອນພຶດສະພານີ້.

อาจเป็นรูปภาพของ 2 คน, ถนน, ตึกระฟ้า และ ถนน

ໃນຂະນະທີ່ສຳນັກຂ່າວບລູມເບີກລາຍງານວ່າ: ອັດຕາຜົນຕອບແທນພັນທະບັດຂອງລັດຖະບານສະຫະລັດເພີ່ມຂຶ້ນ ເມື່ອວັນທີ 27 ມີນາຜ່ານມາ ເນື່ອງຈາກນັກລົງທຶນພາກັນເທຂາຍພັນທະບັດໃນຖານະສິນຊັບທີ່ປອດໄພ ເພື່ອຜ່ອນຄາຍຄວາມກັງວົນວິກິດລະບົບທະນາຄານ.

ແນວໃດກໍຕາມ, ຜູ້ບໍລິຫານ ບໍລິສັດ Doubleline Capital ຄາດວ່າ: ລາວບໍ່ເຊື່ອວ່າ ເຟດ ຈະປັບຂຶ້ນອັດຕາດອກເບ້ຍ ຈົນກວ່າຜົນຕອບແທນພັນທະບັດຂອງລັດຖະບານອາຍຸ 2 ປີ ຈະເພີ່ມຂຶ້ນ, ແຕ່ເມື່ອວັນທີ 27 ມີນາຜ່ານມາ ອັດຕາຜົນຕອບແທນພັນທະບັດຂອງລັດຖະບານອາຍຸ 2 ປີເພີ່ມຂຶ້ນ 0,25% ແຕ່ຍັງຕ່ຳກວ່າລະດັບໄລຍະຕົ້ນເດືອນມີນາ 2023 ປະມານ 1%.

อาจเป็นรูปภาพของ 3 คน และ กลางแจ้ง

ຜູ້ບໍລິຫານ ບໍລິສັດ Doubleline Capital ກ່າວອີກວ່າ: ຫາກເຟດ ປັບຂຶ້ນອັດຕາດອກເບ້ຍຕື່ມອີກໃນເດືອນພຶດສະພານີ້ ຈະເຮັດໃຫ້ສະພາບຄ່ອງໃນລະບົບທະນາຄານຫຼຸດລົງ ແລະ ຈະເຮັດໃຫ້ທະນາຄານບາງແຫ່ງປະສົບກັບການຂາດທຶນຮຸນແຮງກວ່າທີ່ຄາດການໄວ້ ໂດຍສະເພາະທະນາຄານຂະໜາດນ້ອຍ ເຊິ່ງຈະເຮັດໃຫ້ລູກຄ້າພາກັນຖອນເງິນອອກ ແລ້ວນຳໄປຝາກກັບທະນາຄານຂະໜາດໃຫຍ່ທີ່ມີ ຄວາມໜ້າເຊື່ອຖືກວ່າ.

ໃນໄລຍະຜ່ານມາ ທະນາຄານປະເຊີນກັບຄວາມຫຍຸ້ງຍາກໃນການດຶງດູດເງິນຝາກ ເນື່ອງຈາກ ເຟດ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເຮັດໃຫ້ນັກລົງທຶນພາກັນນຳເງິນເຂົ້າໄປຊື້ຜະລິດຕະພັນຕ່າງໆທີ່ໃຫ້ຜົນຕອບແທນສູງກວ່າ ເຊັ່ນ: ຊື້ພັນທະບັດ ແລະ ກອງທຶນຕະຫຼາດເງິນ ( Money Market Fund ).