ສຳນັກຂ່າວຊິນຫົວລາຍງານວ່າ ເຈົ້າໜ້າທີ່ພາສີນະຄອນຫາງໂຈວ ແຂວງເຈີຈຽງ ທາງຕາເວັນອອກຂອງຈີນ ລາຍງານວ່າ: ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ກວມເອົາອັດຕາສ່ວນ 13,6% ຂອງມູນຄ່າການນຳເຂົ້າ ແລະ ສົ່ງອອກ ໂດຍລວມຂອງແຂວງເຈີຈຽງ ໃນໄລຍະເດືອນມັງກອນ – ເດືອນກຸມພາ 2023 ແຊງໜ້າສະຫະລັດອາເມຣິກາ ກາຍເປັນຕະຫຼາດຂະໜາດ ໃຫຍ່ອັນດັບ 2 ຂອງເຈີຈຽງ.
ສ່ວນມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ເຈີຈຽງ – ອາຊຽນ ລວມມີ 93,7 ພັນລ້ານຢວນ ເພີ່ມຂຶ້ນ 7,6%, ເຈີຈຽງ – ພາກພື້ນຕາເວັນອອກກາງ ລວມມີ 84,3 ພັນລ້ານຢວນ ເພີ່ມຂຶ້ນ 4,2%, ເຈີຈຽງ – ອາເມຣິກາລາຕິນ ລວມມີ 69,2 ພັນລ້ານຢວນ ເພີ່ມຂຶ້ນ 1,0% ແລະ ອື່ນໆ.
ໃນຂະນະດຽວກັນ ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ເຈີຈຽງ ໄປຍັງສະຫະພາບເອີຣົບ ລວມມີ 111 ຕື້ລ້ານຢວນ ຫຼຸດລົງ 10,8% ແລະ ເຈີຈຽງ – ສະຫະລັດອາເມຣິກາ ຈຳນວນ 90,1 ພັນລ້ານຢວນ ຫຼຸດລົງ 15,6% ໂດຍ ຫວຽດນາມ, ອິນໂດເນເຊຍ, ໄທ ເປັນຕະຫຼາດສົ່ງອອກຂະໜາດ ໃຫຍ່ສາມອັນດັບທຳອິດຂອງ ເຈີຈຽງ ເມື່ອທຽບກັບປະເທດສະມາຊິກປະເທດອາຊຽນອື່ນໆ.