ໄຟໄໝ້ລາມປ່າ ບັນຫາຮີບດ່ວນທີ່ທຸກທ້ອງຖິ່ນຕ້ອງຕິດຕາມພິເສດ

66

ໃນໄລຍະນີ້ ບັນຫາໄຟໄໝ້ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ເນື່ອງຈາກມັນອາດສົ່ງຜົນຕໍ່ຊີວິດ ແລະຊັບສິຍໄດ້ ມີທັງເຫດການອັກຄີໄພ ແລະ ເຫດການໄຟໄໝ້ປ່າ ເຊິ່ງເປັນຜົນມາຈາກສະພາບອາກາດທີ່ຮ້ອນອົບເອົ້າໃນໄລຍະທີ່ຜ່ານມາ ແລະການຖາງປ່າ ຖັງສວນເພື່ອເຮັດການຜະລິດຂອງປະຊາຊົນ.

May be an image of outdoors

ເພື່ອເປັນການກຽມຄວາມພ້ອມຮັບມືກັບເຫດການໄຟໄໝ້ທີ່ອາດເກີດຂຶ້ນໄດ້ທຸກເວລາ ໃນວັນທີ 28 ມີນາ 2023 ທີ່ຜ່ານມາທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງໄດ້ອອກແຈ້ງການ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການກຽມຄວາມພ້ອມຮັບມືກັບອັກຄີໄພ ແລະ ໄຟໄໝ້ລາມປ່າໃນຊ່ວງລະດູແລ້ງ ເນື້ອໃນລະບຸວ່າ ຕໍ່ກັບສະພາບອາກາດທີ່ຮ້ອນອົບເອົ້າ ຊຶ່ງອາດຈະເຮັດໃຫ້ເກີດມີອັກຄີໄພ ຫຼື ໄຟໄໝ້ລາມປ່າເປັນວົງກ້ວາງຢູ່ໃນຂອບເຂດທົ່ວປະເທດ.

May be an image of tree and outdoors

ສະນັ້ນ, ເພື່ອກຽມຄວາມພ້ອມຮັບມືກັບສະພາບເຫດການດັ່ງກ່າວ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງແຈ້ງມາຍັງບັນດາ ທ່ານຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ສະພາບໃນເຂດພື້ນທີ່ສ່ຽງທີ່ອາດເກີດອັກຄີໄພ ຫຼື ໄຟໄໝ້ລາມປ່າຢ່າງໃກ້ຊິດ.

May be an image of 1 person and outdoors
ອັນສຳຄັນໃຫ້ກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ: ກຳລັງພົນ, ພາຫະນະ, ວັດຖຸ ອຸປະກອນ, ງົບປະມານ, ເຄື່ອງອຸປະໂພກບໍລິໂພກ ເຂົ້າໃນການແກ້ໄຂເຫດການອັກຄີໄພ ຫຼື ໄຟໄໝ້ລາມປ່າ ໃຫ້ທັນສະພາບການ ພ້ອມແຈ້ງການເຕືອນເຖິງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ປະຊາຊົນ ໃຫ້ມີສະຕິ ເຝົ້າລະວັງ ເພື່ອຮັບມືກັບເຫດການອັກຄີໄພ ຫຼື ໄຟໄໝ້ລາມປ່າ ທີ່ອາດຈະເກີດຂື້ນ.

May be an image of fire and outdoors
ຫາກເກີດເຫດການອັກຄີໄຟ ຫຼື ໄຟໄໝ້ລາມປ່າ ຢູ່ທ້ອງຖິ່ນໃດ ແມ່ນມອບໃຫ້ທ້ອງຖິ່ນນັ້ນຮັບຜິດຊອບໃນການແກ້ໄຂຢ່າງຮີບດ່ວນ ແລະ ລາຍງານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຕາມແຕ່ລະຂັ້ນຊາບໂດຍໄວ.