ປະຕິຫານນາທີສຸດທ້າຍ ເຈົ້າພາບ ໄລ່ຕີສະເໝີ ບູຖານ, ສົ່ງຜົນໃຫ້ ທີມຊາດລາວ ເຂົ້າຊີງກັບ ເຈົ້າພາບ

2784

ລຸ້ນແບບຫາຍໃຈຫາຍຄໍສໍາລັບການແຂ່ງຂັນບານເຕະນັດອຸ່ນເຄື່ອງຕາມປະຕິທິນຂອງ FIFA DAY ລາຍການ Prime Minister 3 Nations Cup 2023 ເມື່ອວັນທີ 28 ມີນາ 2023 ນັດສຸດທ້າຍຮອບທໍາອິດລະຫວ່າງ ເຈົ້າພາບ ເນປານ ພົບ ບູຖານ, ໂດຍທີມຊາດລາວ ແມ່ນລຸ້ນໃຫ້ຄູ່ນີ້ສະເໝີ ຫຼື ເນປານ ຊະນະ ຈິ່ງຈະໄດ້ເຂົ້າຮອບ ກ່ອນທີ່ປະຕິຫານຈະເກີດຂຶ້ນໃນນາທີໆສຸດທ້າຍ.

ການແຂ່່່ງຂັນບານເຕະ Prime Minister 3 Nations Cup 2023 ນັດສຸດທ້າຍຮອບທໍາອິດ ຈັດຂຶ້ນທີ່ສະໜາມ Dashrath Stadium Kathmandu ປະເທດເນປານ ເປັນການພົບກັນລະຫວ່າງ ທີມຊາດບູຖານ ພົບກັບ ເຈົ້າພາບ ເນປານ ໂດຍຄູ່ນີ້ມີຜົນຕໍ່ການລຸ້ນເຂົ້າຮອບກັບທີມຊາດລາວ ຖ້າຫາກວ່າ ເນປານ ຊະນະ ຫຼື ສະເໝີໄດ້ກໍຈະເຮັດໃຫ້ ເນປານ ເຂົ້າຮອບຊີງພົບກັບ ທີມຊາດລາວ, ແຕ່ຖ້າຫາກ ທີມຊາດບູຖານ ຊະນະໄດ້ 1-0 ຫຼື ຊະນະຫຼາຍກວ່າ 2 ໜ່ວຍຂຶ້ນໄປກໍຈະເຮັດໃຫ້ ບູຖານ ເຂົ້າຮອບຊີງພົບກັບ ເຈົ້າພາບ ເນປານ.

ຜ່ານການແຂ່ງຂັນຕົວຈິງປາກົດວ່າ: ການແຂ່ງຂັນດໍາເນີນໄປເຖິງນາທີໆ 20 ບູຖານ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຈາກການຍິງຂອງ Tenzin Norbu, ຫຼັງຈາກນັ້ນທໍາທ່າວ່າການແຂ່ງຂັນຈະຈົບທີ່ສະກໍດັ່ງກ່າວ ແລະ ແຟນບານຊາວລາວ ກໍລຸ້ນແບບໃຈຈົດໃຈຈໍ່ ກ່ອນທີ່ປະຕິຫານຈະເກີດຂຶ້ນໃນນາທີໆສຸດທ້າຍກ່ອນຕໍ່ເວລານາທີໆ 90 ເນປານ ໄດ້ປະຕູຕີສະເໝີ 1-1 ຈາກການໂໝ່ງຈໍ່ໆຂອງ Dipak Raj Singh Thakuri ກ່ອນຈົບການແຂ່ງຂັນ.

ຈາກຜົນດັ່ງກ່າວເຮັດໃຫ້ ເນປານ ເກັບເພີ່ມເປັນ 4 ຄະແນນຈາກການລົງແຂ່ງຂັນຄົບ 2 ນັດຢຶດອັດນັບ 1 ຂອງຕາຕະລາງ ຜ່ານເຂົ້າຮອບຊີງຊີງຊະນະເລີດໄປພົບກັບ ທີມຊາດລາວ ທີ່ລົງສະໜາມ 2 ນັດມີ 3 ຄະແນນຢູ່ອັນດັບ 2 ຂອງຕາຕະລາງ, ສ່ວນ ບູຖານ ມີພຽງ 1 ຄະແນນຈາກ 2 ນັດຕົກຮອບໄປ.
ຂ່າວ: Larh Creators; ຮູບຈາກ: ສຕລ ແລະ All Nepal Football Association-ANFA