ອິຕາລີ ປະເຊີນກັບໄພແລ້ງ ຜົນຜະລິດເຂົ້າຫຼຸດລົງ

48

ສຳນັກຂ່າວຮອຍເຕີລາຍງານວ່າ: ກຸ່ມການຜະລິດກະສິກໍາ ອິຕາລີ ເຕືອນວ່າ ຜົນຜະລິດເຂົ້າໃນປີນີ້ຈະຫຼຸດລົງ ເນື່ອງຈາກຊາວກະສິກອນກຳລັງປະເຊີນກັບໄພແຫ້ງແລ້ງ ເປັນຄັ້ງທີ 2 ສົ່ງຜົນໃຫ້ເນື້ອທີ່ສຳລັບການຜະລິດເຂົ້າ ( ປູກຝັງ ) ເຫຼືອໜ້ອຍສຸດໃນຮອບກວ່າ 20 ປີ.

อาจเป็นภาพระยะใกล้ของ พื้นหญ้า

ທ່ານ ໂຣແບຣໂຕ ມັກນາກີ ( Roberto Magnaghi ) ຜູ້ອຳນວຍການໃຫຍ່ ອົງການເຂົ້າແຫ່ງຊາດ ຂອງອີຕາລີ ກ່າວເມື່ອວັນທີ 27 ມີນາຜ່ານມາວ່າ: ອິຕາລີ ຈະມີເນື້ອທີ່ປູກເຂົ້າບໍ່ເກີນ 211.000 ເຮັກຕາ ໃນປີນີ້ ເຊິ່ງຖືວ່າມີຂະໜາດນ້ອຍສຸດໃນຮອບ 23 ປີ ໂດຍມີການຄາດການວ່າເນື້ອທີ່ຈະຫຼຸດລົງ 7.400 ເຮັກຕາ ຈາກປີ 2022 ແລະ 16.000 ເຮັກຕາ ທຽບໃສ່ປີ 2021 ໂດຍສະເພາະຢູ່ໃນເຂດ ລອມບາດີ ( Lombardy ) ແລະ ປີເອມອນ ( Piedmont ) ແມ່ນຮຸນແຮງ ກວ່າທຸກປີ ຫຼັງຈາກພືດສ່ວນໃຫຍ່ ຖືກທໍາລາຍໂດຍໄພແລ້ງ ເຮັດໃຫ້ຜົນຜະລິດຫຼຸດລົງເຖິງ 17% ເມື່ອທຽບໃສ່ລະດູການຜ່ານມາ.

อาจเป็นภาพระยะใกล้ของ พื้นหญ้า