ເງິນໄຫຼເຂົ້າຕະຫຼາດກອງທຶນ ກັງວົນວິກິດການເງິນໂລກ

39

ສຳນັກຂ່າວ financial time ລາຍງານວ່າ: Goldman Sachs, JP Morgan Chase ແລະ Fidelity ເປັນຜູ້ກຳໄຊຊະນະລາຍໃຫຍ່ທີ່ສຸດຈາກພາວະນັກລົງທຶນແຫ່ຍ້າຍເງິນເຂົ້າສູ່ກອງທຶນລວມຕະຫຼາດເງິນ ( Money Market Fund ) ຂອງສະຫະລັດອາເມຣິກາ ຕະຫຼອດສອງອາທິດຜ່ານມາ, ຫຼັງຈາກທີ່ທະນາຄານລາຍໃຫຍ່ 2 ແຫ່ງຫຼົ້ມ ແລະ ການເຂົ້າຊື້ທະນາຄານ    ເຄຣດິດ ສະວິດ ຂອງທະນາຄານ UBS ໄດ້ສ້າງຄວາມວິຕົກກັງວົນຂອງການຝາກເງິນໃນທະນາຄານ.

อาจเป็นรูปภาพของ 3 คน

EPFR ບໍລິສັດໃຫ້ບໍລິການດ້ານຂໍ້ມູນ ລະບຸວ່າ: ມີເມັດເງິນຫຼາຍກວ່າ 273 ຕື້ໂດລາ ໄຫຼເຂົ້າສູ່ກອງທຶນລວມຕະຫຼາດເງິນໃນເດືອນມີນາ 2023 ເຮັດໃຫ້ເດືອນນີ້ ກາຍເປັນເດືອນທີ່ມີເມັດເງິນໄຫຼເຂົ້າສູ່ກອງທຶນຕະຫຼາດເງິນຫຼາຍທີ່ສຸດ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ – 19.

อาจเป็นรูปภาพของ ข้อความพูดว่า "Goldman Sachs"

iMoneyNet ລາຍງານວ່າ: ໃນວັນທີ 24 ມີນາຜ່ານມາ, ກອງທຶນລວມຕະຫຼາດເງິນຂອງໂກແມນ ແຊັກ ມີເມັດເງິນໄຫຼເຂົ້າເພີ່ມຂຶ້ນ 13% ຫຼື ປະມານ 52 ຕື້ໂດລາ, ໃນຂະນະດຽວກັນກອງທຶນລວມຕະຫຼາດເງິນຂອງ ເຈພີ ມໍແກນ ມີເມັດເງິນໄຫຼເຂົ້າ 46 ຕື້ໂດລາ, ສ່ວນກອງທຶນລວມຕະຫຼາດເງິນຂອງ Fidelity ມີເມັດເງິນໄຫຼເຂົ້າປະມານ 37 ຕື້ໂດລາ.