ເອກວາດໍ ເລັ່ງຄົ້ນຫາຜູ້ສູນຫາຍຈາກເຫດການດິນເຈື່ອນ

54

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເອກວາດໍ ປະເຊີນກັບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີດິນເຈື່ອນຢູ່ທາງພາກໃຕ້ຂອງປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ, ບາດເຈັບ 23 ຄົນ ແລະ ອີກ 50 ຄົນສູນຫາຍ ເຊິ່ງເຈົ້າໜ້າທີ່ ແລະ ໜ່ວຍກູ້ໄພຂອງ ເອກວາດໍ ໄດ້ເລັ່ງຄົ້ນຫາຜູ້ສູນຫາຍ ແຕ່ກໍພົບຄວາມຫຍຸ້ງຍາກ ເນື່ອງຈາກຝົນຍັງຕົກຢ່າງຕໍ່ເນື່ອງ.

อาจเป็นรูปภาพของ ต้นไม้ และ กลางแจ้ง

ເຫດການດັ່ງກ່າວ, ໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ໂຮງຮຽນຢ່າງໜ້ອຍ 3 ແຫ່ງ, ນອກຈາກນີ້ ຍັງມີສຳນັກງານ – ອົງການຂອງລັດ ຕະຫຼອດຮອດບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ, ໃນຂະນະທີ່ເສັ້ນທາງຫຼາຍສາຍຖືກຕັດຂາດຊົ່ວຄາວ.

ປະທານາທິບໍດີຂອງ ເອກວາດໍ ໄດ້ຮຽກຮ້ອງໃຫ້ກອງທັບ, ເຈົ້າໜ້າທີ່ຕຳຫຼວດ ຕະຫຼອດຮອດຂະແໜງການກ່ຽວຂ້ອງໃຫ້ການຊ່ວຍເຫຼືອປະຊາຊົນ ແລະ ຮຽກຮ້ອງໃຫ້ຜູ້ທີ່ຢູ່ອາໄສເຂດສ່ຽງໄພອົບພະຍົບ ໄປຢູ່ບ່ອນປອດໄພ.

อาจเป็นรูปภาพของ 1 คน และ กลางแจ้ง

ສຳນັກງານປ້ອງກັນ ແລະ ບັນເທົາທຸກຂອງເອກວາດໍ ເປີດເຜີຍວ່າ: ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ເອກວາດໍ ປະເຊີນກັບຝົນຕົກໜັກເປັນໄລຍະ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ, ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼວງຫຼາຍ.