ແຈ້ງເຕືອນໄພ ຈາກກະຊວງສາທາລະນະສຸກກຸ່ມທີ່ມີຄວາມສ່ຽງບໍ່ຄວນສຳຜັດກັບຝຸ່ນ PM2.5

150

ບັນຫາຝຸ່ນລະອອງຂະໜາດນ້ອຍໃນອາກາດ (PM2.5) ແມ່ນບັນຫາທີ່ປະຊາກອນໂລກກຳລັງປະເຊີນ ໂດຍສະເພາະບັນດາປະເທດໃນບໍລິເວນອາຊີຕາເວັນອອກສຽງໃຕ້ ຊຶ່ງເກີດຂຶ້ນມາຈາກຫຼາຍສາເຫດແຕ່ຫຼັກໆກໍແມ່ນມາຈາກໄຟໄໝ້ປ່າ ແລະ ການຈູດປ່າເພື່ອເຮັດໄຮ່ຂອງພໍ່ແມ່ປະຊາຊົນ.

อาจเป็นรูปภาพของ 7 คน, รถจักรยานยนต์, ถนน และ ถนน

ສຳລັບ ສປປ ລາວເຮົາກໍເປັນປະເທດໜຶ່ງທີ່ກຳລັງປະເຊີນກັບບັນຫາດັ່ງກ່າວນີ້ຢ່າງໜັກໜ່ວງ ອັນເປັນຜົນມາຈາກສະພາບອາກາດທີ່ຮ້ອນເອົ້າ ແລະ ແຫ້ງແລ້ງໃນປະຈຸບັນ, ສົມທົບກັບການເກີດໄຟໄໝ້ປ່າຢູ່ຫຼາຍພື້ນທີ່ໃນຂອບເຂດທົ່ວປະເທດ, ອັນເປັນສາເຫດເກີດມີຝຸ່ນລະອອງ PM2.5 ສູງກວ່າຄ່າມາດຕະຖານ ເຊິ່ງເຮັດໃຫ້ມີຜົນກະທົບຕໍ່ສຸຂະພາບຂອງພໍ່ແມ່ປະຊາຊົນ.

อาจเป็นรูปภาพของ 1 คน, ถนน, ถนน, ต้นไม้ และ ท้องฟ้า

ຕໍ່ບັນຫາທີ່ເກີດຂຶ້ນທາງລັດຖະບານກໍມີຄວາມກັງວົນ ແລະ ຄວາມເປັນຫ່ວງເປັນໃຍຕໍ່ພໍ່ແມ່ປະຊາຊົນລາວ. ດັ່ງນັ້ນ, ໃນວັນທີ 27 ມີນາ 2023 ທີ່ຜ່ານມາ ກະຊວງສາທາລະນະສຸກ ຈຶ່ງໄດ້ອອກແຈ້ງເຕືອນ ເພື່ອແຈ້ງເຖິງຜົນກະທົບຂອງມົນລະພິດໝອກຄວັນ ຫຼື ຝຸ່ນລະອອງ PM2.5 ທີ່ມີຕໍ່ສຸຂະພາບ ພ້ອມດ້ວຍມາດຕະການໃນການປ້ອງກັນດັ່ງນີ້:

May be an image of sky
ຜົນກະທົບຂອງຝຸ່ນລະອອງ PM 2.5 ທີ່ຄວນຮູ້
1. ຜົນກະທົບຝຸ່ນລະອອງ PM2.5 ຕໍ່ສຸຂະພາບ: ເຮັດໃຫ້ເກີດພະຍາດໃໝ່ ຫຼື ພະຍາດຊໍ້າເຮື້ອຊຸດໂຊມລົງ ເຊັ່ນ: ລະບົບເດີນຫາຍໃຈ ແລະ ປອດ, ລະບົບຫົວໃຈ-ເສັ້ນເລືອດ ແລະ ສະໜອງ, ຜິວໜັງ ແລະ ອະໄວຍະວະຂອງຮ່າງກາຍ.
2. ກຸ່ມປະຊາກອນທີ່ມີຄວາມສ່ຽງສູງ
• ເດັກນ້ອຍ, ແມ່ຍິງຖືພາ ແລະ ຜູ້ອາຍຸສູງ.
• ຜູ້ທີ່ມີພະຍາດຊໍ້າເຮື້ອ ເປັນຕົ້ນ: ພະຍາດລະບົບຫາຍໃຈ ເຊັ່ນ ພະຍາດຫອບຫືດ, ອັກເສບປອດ, ພະຍາດຫົວໃຈ-ເສັ້ນເລືອດ, ພະຍາດເບົາຫວານ, ພະຍາດມະເຮັງ, ພູມຄຸ້ມກັນບົກຜ່ອງ ແລະ ພະຍາດຊໍ້າເຮື້ອອື່ນໆ.

อาจเป็นรูปภาพของ 2 คน, สกูตเตอร์, รถจักรยานยนต์, ถนน และ ถนน

ມາດຕະການໃນການປ້ອງກັນ:
• ຄວນຫຼີກເວັ້ນການສຳພັດໂດຍກົງຕໍ່ຝຸ່ນລະອອງ PM2.5, ຖ້າມີຄວາມຈຳເປັນຕ້ອງອອກເຮືອນ ຫຼື ຕຶກອາຄານໃຫ້ໃສ່ຜ້າ ອັດປາກ-ດັ່ງ, ເຄື່ອງປ້ອງກັນແສງແດດ, ໝວກ ແລະ ອື່ນໆ.
• ຄວນຫຼີກເວັ້ນການດຳເນີນກິດຈະກຳກາງແຈ້ງ ທີ່ໃຊ້ໄລຍະເວລາດົນ ເຊັ່ນ: ການອອກແຮງງານ, ອອກກຳລັງກາຍ ຫຼື ກິດຈະກຳອື່ນໆ.
• ດື່ມນໍ້າ ແລະ ເຄື່ອງດື່ມທີ່ມີເກືອແຮ່ທົດແທນໃຫ້ພຽງພໍ.

May be an image of sky
• ຖ້າມີອາການຜິດປົກກະຕິທາງສຸຂະພາບໃຫ້ໄປພົບແພດປິ່ນປົວຕາມສະຖານທີ່ບໍລິການສຸຂະພາບຕ່າງໆ.
• ເພີ້ມທະວີການໂຄສະນາສຸຂະສຶກສາ ໃຫ້ທຸກພາກສ່ວນໃນສັງຄົມເຂົ້າໃຈຜົນກະທົບຕໍ່ສຸຂະພາບຂອງມົນລະພິດ ຝຸ່ນລະອອງ PM2.5 ເພື່ອວາງມາດຕະການປ້ອງກັນຢ່າງຖືກຕ້ອງ.
ດັ້ງນັ້ນ, ເພື່ອເປັນປ້ອງກັນຕົວຈາກໝອກຄວັນດັ່ງກ່າວ ໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມມາດຕະການນີ້ ເພື່ອປ້ອງກັນຕົວທ່ານເອງຈາກມົນລະພິດໝອກຄວັນທີ່ເປັນອັນຕະລາຍ.