ມ່ວນແນ່ນອນ ມາຊດ້າ ຈັດບານເຕະເຍົາວະຊົນ ແບບລີກຄັ້ງທໍາອິດ ມີເຖິງ 3 ຮຸ່ນດ້ວຍກັນ

182

ເປັນທີ່ແນ່ນອນແລ້ວວ່າການແຂ່ງຂັນບານເຕະເຍົາວະຊົນ ໃນຮູບແບບລີກກຽມຈັດຂຶ້ນເປັນຄັ້ງທໍາອິດລາຍການ Mazda Youth League 2023 ໂດຍມີເຖິງ 3 ຮຸ່ນ ປະກອບມີ U10, U12 ແລະ U14 ເພື່ອສ້າງໂອກາດ ແລະ ສົ່ງເສີມຄວາມຝັນເດັກນ້ອຍລາວໃຫ້ມີການພັດທະນາຄວາມສາມາດ ເພື່ອກ້າວສູ່ລີກອາຊີບ ໃນອະນາຄົດ.

ຫຼ້າສຸດໃນທ້າຍອາທິດທີ່ຜ່ານມາທີ່ ບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ( Keo Auto Group Sold Co., Ltd ) ໄດ້ມີພິທີປະຊຸມເຕັກນິກ ແລະ ຈັບສະຫຼາກປະກົບຄູ່ການແຂ່ງຂັນ ໃຫ້ກຽດເປັນປະທານໂດຍ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ທັງເປັນປະທານສະໂມສອນ ມາຊດ້າ ຈີບີ ເອັຟຊີ ພ້ອມດ້ວຍຕົວແທນແຕ່ລະສະໂມສອນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ການແຂ່ງຂັນລາຍການດັ່ງກ່າວ ຈະນຳໃຊ້ລະບົບການແຂ່ງຂັນ ແບບລີກ ມີຮອບຂາໄປ-ຂາກັບ ຜັດປ່ຽນກັນແຂ່ງຂັນໃນບ້ານ ແລະ ນອກບ້ານ ໂດຍການແຂ່ງຂັນຈະດຳເນີນສະເພາະວັນເສົາ-ອາທິດ ກໍານົດແຂ່ງຂັນໃນເດືອນເມສາ ຈົນເຖິງເດືອນມິຖຸນາ 2023 ຈຶ່ງສຳເລັດ ( ເຊິ່ງປັດຈຸບັນກໍາລັງຢູ່ໃນໄລຍະກະກຽມດ້ານນັກກີລາ ແລະ ສະໜາມ ) ກ່ອນຈະເປີດສາກຂຶ້ນຢ່າງເປັນທາງການໃນໄວໆນີ້.

ສ່ວນທີມທີ່ເຂົ້າຮ່ວມໃນແຕ່ລະຮຸ່ນມີດັ່ງນີ້:
+ຢູ 10 ປີມີ 6 ພາກສ່ວນເຂົ້າຮ່ວມ ປະກອບມີ ມາຊດ້າ ຈີບີ ເອັຟຊີ, ເອໄອເອັສ, ມາສເຕີ 7 ເອັຟຊີ, ວຽງຈັນ ເອັຟທີ, ຈຳປາຮັກ ແລະ W.I.G NAGA.
+ຢູ 12 ປີ ມີ 10 ພາກສ່ວນ ຄື: ປາກຊັນ ເອັຟຊີ, ເອັມພີທີ ເອັຟຊີ, ເອັຟຊີ ຕາລັນຕ້າ, ວຽງຈັນ ເອັຟທີ, W.I.G NAGA, ຈຳປາຮັກ ເອັຟຊີ, ບີບີບີ ໂອໂຕ ເອັຟຊີ, ເອໄອເອັສ, ມາຊດ້າ ຈີບີ ເອັຟຊີ ແລະ ມາສເຕີ ເຊເວັນ ເອັຟຊີ.
+ຢູ 14 ປີ ມີ 10 ພາກສ່ວນ ປະກອບມີ ປາກຊັນ ເອັຟຊີ, ມະຫາວິທະຍາໄລແຫ່ງຊາດ, ເອັຟຊີ ຕາລັນຕ້າ, ວຽງຈັນ ເອັບທີ, FHL, ຈຳປາຮັກ ເອັຟຊີ, ເອສຣາ, ເອໄອເອັດ, ມາສດາ ຈີບີ ເອັຟຊີ ແລະ ມາສເຕີ ເຊເວັນ ເອັຟຊີ.
ຂ່າວ: Larh Creators; ຮູບຈາກ: ສົງການ