ອິນເດຍ ເພີ່ມການໃຊ້ລົດສາທາລະນະໄຟຟ້າ

68

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນຂອງອິນເດຍ ເປີດເຜີຍວ່າ ນະຄອນຫຼວງນິວແດນລີ ຂອງອິນເດຍ ແລະ ເມືອງໃຫຍ່ຫຼາຍແຫ່ງເດີນໜ້າຂະຫຍາຍການໃຫ້ບໍລິການລົດສາທາລະນະໄຟຟ້າ ແລະ ລົດທີ່ນຳໃຊ້ພະລັງງານແສງຕາເວັນ ເພີ່ມຂຶ້ນ ເພື່ອຄວບຄຸມມົນລະພິດທາງອາກາດໃຫ້ຫຼຸດລົງຫຼາຍທີ່ສຸດ.

ທັງນີ້, ບັນດາເມືອງໃຫຍ່ໃນອິນເດຍມີມົນລະພິດຫຼາຍທີ່ສຸດໃນໂລກ ເນື່ອງຈາກການປ່ອຍມົນລະພິດຂອງຍານພາຫະນະ ແລະ ຄວັນໄຟ ເຮັດໃຫ້ຊາວເມືອງຫຼາຍກວ່າ 20 ລ້ານຄົນ ມີຄວາມສ່ຽງສູງທີ່ຈະເປັນພະຍາດທາງເດີນຫາຍໃຈຫຼາຍຂຶ້ນ.

อาจเป็นรูปภาพของ 1 คน

ແນວໃດກໍຕາມ, ທ່ານ ໄກຣລາສ ກາຫຼອດ ( Kailas Gahlot ) ລັດຖະມົນຕີກະຊວງການເງິນ ໄດ້ກ່າວເນັ້ນວ່າ: ຝຸ່ນລະອອງຂະໜາດນ້ອຍ ຫຼື PM 2.5 ໄດ້ຫຼຸດລົງ 30% ເມື່ອທຽບໃສ່ໄລຍະ 8 ປີຜ່ານມາ. ຂະນະນີ້ ລັດຖະບານອິນເດຍ ກຳລັງເລັ່ງຂະຫຍາຍການບໍລິການລົດສາທາລະນະໄຟຟ້າໃນຕົວເມືອງ ເພີ່ມຂຶ້ນ 27 ເທົ່າ ເພື່ອຫຼຸດການປ່ອຍກາກບອນ ໄດອອກໄຊ ດ້ວຍການເພີ່ມລົດໄຟຟ້າ ຈຳນວນ 8.280 ຄັນ ພາຍໃນທ້າຍປີ 2025 ຈາກປັດຈຸບັນມີຢູ່ປະມານ 300 ຄັນ ເຊິ່ງຈະເຮັດໃຫ້ການປ່ອຍກາກບອນ ໄດອອກໄຊ ປະມານ 4,6 ແສນໂຕນ ຫຼຸດລົງໃນແຕ່ລະປີ.

อาจเป็นรูปภาพของ 1 คน

ນອກນີ້, ຍັງຈະໃຊ້ພະລັງງານແສງຕາເວັນ ເພື່ອຕອບສະໜອງຄວາມຕ້ອງການໄຟຟ້າຕໍ່ປີຂອງເມືອງ ໃຫ້ໄດ້ 25% ໃນອີກ 3 ປີຕໍ່ໜ້າ ເນື່ອງຈາກປັດຈຸບັນພະລັງງານແສງຕາເວັນ ມີສ່ວນຊ່ວຍໃນການຕອບສະໜອງຕໍ່ຄວາມຕ້ອງການດັ່ງກ່າວ ຂອງນະຄອນຫຼວງນິວແດນລີ ລະດັບ 9%.