ໄອເອັມເອັຟ ເຕືອນວິກິດທະນາຄານມີຄວາມສ່ຽງຕໍ່ສະຖຽນລະພາບທາງການເງິນ

41

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ ກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ອອກມາເຕືອນວ່າ ຂະນະນີ້ຄວາມສ່ຽງຕໍ່ສະຖຽນລະພາບທາງດ້ານການເງິນກຳລັງເພີ່ມສູງຂຶ້ນ ແລະ ເນັ້ນຢ້ຳເຖິງຄວາມຈຳເປັນເຖິງຄວາມຈຳຕ້ອງໄດ້ເຝົ້າລະວັງ ຫຼັງເກີດຄວາມວຸ່ນວາຍກັບລະບົບທະນາຄານ.

อาจเป็นรูปภาพของ 1 คน และ ข้อความ

ຜູ້ອຳນວຍການ ໄອເອັມເອັຟ ກ່າວໃນລະຫວ່າງການເຂົ້າຮ່ວມເວທີ China Development Forum ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍລະບຸວ່າປີ 2023 ນີ້ ເປັນອີກປີໜຶ່ງທີ່ເຕັມໄປດ້ວຍ ຄວາມທ້າທາຍຕໍ່ການເຕີບໂຕເສດຖະກິດໂລກ ໂດຍຄາດວ່າເສດຖະກິດໂລກຈະຂະຫຍາຍຕົວຊ້າລົງຕ່ຳກວ່າ 3% ເນື່ອງຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ, ການວາງນະໂຍບາຍການເງິນທີ່ເຂັ້ມງວດ ບວກກັບຜົນກະທົບຕໍ່ເນື່ອງຈາກໂຄວິດ – 19.

“ ຄວາມບໍ່ແນ່ນນອນຍັງມີສູງເປັນພິເສດ, ທ່າອ່ຽງເສດຖະກິດໂລກອ່ອນແອໃນໄລຍະກາງ, ຄວາມສ່ຽງຕໍ່ສະຖຽນລະພາບທາງດ້ານການເງິນເພີ່ມສູງຂຶ້ນ ໃນເວລາທີ່ໜີ້ສາທາລະນະຢູ່ລະດັບສູງ, ໃນຂະນະທີ່ອັດຕາດອກເບ້ຍສູງຂຶ້ນຢ່າງໄວວາ ຈາກມາດຕະການຄວບຄຸມເງິນເຟີ້ ເຊິ່ງສ້າງແຮງກົດດັນຕໍ່ການເຕີບໂຕເສດຖະກິດ ”, ຜູ້ອຳນວຍການ ໄອເອັມເອັຟ ກ່າວ.

อาจเป็นรูปภาพของ ข้อความพูดว่า "FUND"

ການຟື້ນຕົວຂອງເສດຖະກິດຈີນ ຖືວ່າເປັນສິ່ງສົດໃສສຳລັບເສດຖະກິດໂລກ ຄາດການວ່າ: ເສດຖະກິດຈີນ ຈະຂະຫຍາຍຕົວ 5,2% ໃນປີ 2023 ນີ້ ໂດຍໄດ້ຮັບແຮງຍູ້ຈາກການບໍລິໂພກຂອງພາກເອກະຊົນ ຫຼັງຈາກທີ່ ຈີນ ເປີດປະເທດຢ່າງເຕັມຮູບແບບ, ຜູ້ອຳນວຍການ ໄອເອັມເອັຟ ກ່າວ.