5 ເດືອນກອງທັບລາວ-ຣັດເຊຍເກັບກູ້ພື້ນທີ່ມີເສດສົງຄາມ 30 ກວ່າເຮັກຕາ

301

ທຸກວັນນີ້ປະຊາຊົນລາວບັນດາເຜົ່າແມ່ນຍັງຜະເຊີນກັບບັນຫາລະເບີດກໍ່ຄືເສດອາວຸດເສົງຄາມ ທັງສ່ວນທີ່ແຕກແລ້ວ ແລະບໍ່ທັນແຕກ ກາຍເປັນໄພຂົ່ມຂຂູ່ໜຶ່ງໃຫ້ປະຊາຊົນມີຄວາມສ່ຽງໃນການເຮັດການຜະລິດຕາມໄຮ່ນາຮົ້ວສວນຕ່າງໆ. ຢ່າງໃດກໍ່ຕາມ ຫຼາຍປະເທດແມ່ນໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ໄປທຳລາຍຖີ້ມໃຫ້ນັບມື້ໝົດໄປ ລວມທັງ ສ. ຣັດເຊຍກໍ່ເປັນປະເທດໜຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງມາ.

May be an image of 12 people, people standing and outdoors

ວັນທີ 26 ມີນາ 2023 ນີ້, ແຂວງຄໍາມ່ວນ ໄດ້ຈັດພິທີສະຫຼຸບຜົນງານການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກເພື່ອມະນຸດສະທໍາ ຮ່ວມສອງກອງທັບ ລາວ-ຣັດເຊຍ ສົກປີ 2022-2023 ຂື້ນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະພັນລັດເຊຍປະຈໍາ ສປປ ລາວ, ສະຫາຍ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ການນໍາກະຊວງປ້ອງກັນປະເທດແຫ່ງ ສປປ ລາວ-ສ. ຣັດເຊຍ, ຫົວໜ້າຄະນະກົມຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ, ການນໍາເມືອງນາກາຍ, ກໍາລັງຝ່າຍລາວ-ຣັດເຊຍ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

May be an image of 1 person, standing and outdoors

ຕະຫຼອດໄລຍະ 5 ເດືອນໃນການປະຕິບັດໜ້າທີ່ ຢູ່ເມືອງນາກາຍ ແຂວງຄໍາມ່ວນ ກຳລັງຝ່າຍລາວ ແລະ ຣັດເຊຍ ມີສຸຂະພາບແຂງແຮງດີ, ມີຄວາມສະຫງົບປອດໄພ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີຄວາມຫ້າວຫັນປະຕິບັດ ໜ້າທີ່ ແລະ ຜ່ານຜ່າອຸປະສັກ, ກໍາລັງເຂົ້າປະຕິບັດໜ້າທີ່ທັງໝົດມີ 47 ສະຫາຍ ຝ່າຍລາວ 25 ສະຫາຍ ແລະ ຝ່າຍຣັດເຊຍ 22 ສະຫາຍ, ທັງສອງກໍາລັງແມ່ນໄດ້ເລີ່ມກວດກູ້ແຕ່ວັນທີ 24 ພະຈິກ 2022 ມາເຖີງວັນທີ 24 ມີນາ 2023 ກໍາລັງກອງກວດກູ້ມິນສາກົນ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ຮ່ວມກັບກອງກວດກູ້ລະເບີດເພື່ອມະນຸດສະທຳ ກອງທັບປະຊາຊົນລາວ ປະຕິບັດການກວດກູ້ ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ດິນປຸກສ້າງຢູ່ຂອບເຂດທີ່ຈະຂະຫຍາຍເມືອງໃໝ່ ແລະ ເຂດຈະສ້າງອະນຸສອນສະຖານຂອງເຈົ້າເພັດສະລາດ ສຳເລັດ ທັງໝົດ 30,6 ເຮັກຕາ.

May be an image of one or more people and people standing

ໃນນັ້ນສາມາດກວດກູ້ ລະເບີດບໍ່ທັນແຕກໄດ້ທັງໝົດ: 162 ໜ່ວຍ, ໃນນີ້ປະເພດລະເບີດລູກວ່ານ ຈຳນວນ 19 ໜ່ວຍ, ລູກປືນຄົກ 14 ລູກ, ລູກປືນຊະນິດຕ່າງໆ 99 ລູກ, ລູກຈະຫຼວດ 15 ລູກ, ລູກເດກາ 82ຈຳນວນ 03 ລູກ ແລະ ແກັບລູກປືນຄົກ 12 ແກັບ, ເສດສະເກັດ ຈໍານວນ: 24.909 ສີ້ນສ່ວນ ແລະ ເສດໂລຫະຕ່າງໆ ຈໍານວນ 43,759 ສີ້ນສ່ວນ.

May be an image of 16 people, people standing, military uniform and outdoors

ນອກນັ້ນຍັງໄດ້ຮ່ວມກັບເພື່ອນຣັດເຊຍແລກປ່ຽນປະສົບການ ແລະ ບົດຮຽນໃນການທຳລາຍລະເບີດທີ່ກວດພົບ, ຈຳນວນລະເບີດທີ່ບໍ່ສາມາດເຄື່ອນຍ້າຍໄປທຳລາຍບ່ອນອື່ນໄດ້ ໂດຍສະເພາະແມ່ນລະເບີດລູກວ່ານ ຄະນະວິຊາການຂອງສອງກຳລັງໄດ້ວາງແຜນ ແລະ ທຳລາຍກັບທີ່ໃນແຕ່ລະຄັ້ງທີ່ກວດພົບ ທັງໝົດ 19 ໜ່ວຍ, ສ່ວນລະເບີດຊະນິດອື່ນທີ່ມີຄວາມສ່ຽງຕ່ຳແມ່ນເຄື່ອນຍ້າຍໄປທຳລາຍຢູ່ສະໜາມທຳລາຍ ຈໍານວນ 143 ໜ່ວຍ, ພ້ອມນັ້ນຍັງໄດ້ມີການມອບເນື້ອທີ່, ຄືນພື້ນທີ່ປອດໄພໃຫ້ອົງການປົກຄອງເມືອງນຳໃຊ້ ແລະ ພັດທະນາຕາມແບບແຜນທິດທາງທີ່ວາງໄວ້.

May be an image of 7 people, people standing and military uniform

ເນື່ອງໃນໂອກາດ ທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕົກລົງມອບຫຼຽນໄຊພິລະອາດຫານ ຊັ້ນ lll ໃຫ້ກໍາລັງຣັດເຊຍ 15 ສະຫາຍ, ຫຼຽນກາມິດຕະພາບ 12 ສະຫາຍ, ເຈົ້າເມືອງ ເມືອງນາກາຍ ມອບໃບຍ້ອງຍໍໃຫ້ກໍາລັງຣັດເຊຍ 22 ສະຫາຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ຕົກລົງ ມອບຫຼຽນກາມິດຕະພາບໃຫ້ຝ່າຍລາວ 22 ສະຫາຍ.

May be an image of 7 people, people standing and military uniform

ຂ່າວຈາກກອງທັບ