ໂອນ 14 ຫົວໜ່ວຍວິສາຫະກິດ ໃຫ້ແຂວງອັດຕະປື ຈັດຕັ້ງປະຕິບັດ ໃນປີ 2023

77

ລັດຖະບານເລີ່ມໃຫ້ບັນດາແຂວງຄຸ້ມຄອງວິສາຫະກິດທີ່ສູນກາງຄຸ້ມຄອງໄລຍະຜ່ານມາ ເພື່ອເປັນການທົດລອງໃຫ້ກາຍເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ) ຫຼ້າສຸດນີ້ໃນວັນທີ 27 ມີນາ 2023  ທີ່ສຳນັກງານຫ້ອງວ່າການແຂວງອັດຕະປື, ໄດ້ຈັດພິທີເຊັນບົດບັນທຶກການມອບ-ໂອນ ການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ແຂວງຈັດຕັ້ງປະຕິບັດ ປີ 2023, ຈໍານວນ 14 ຫົວໜ່ວຍ ໂດຍການເປັນປະທານຂອງ ທ່ານ ປຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ໃຫ້ກຽດຕາງໜ້າເຊັນບົດບັນທຶກລະຫວ່າງ ທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານລິດຄຳ ໂຮມອິນຕາ ຮອງຫົວໜ້າຫ້ອງວ່າການແຂວງອັດຕະປື, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 7 people, people standing and people sitting

ການມອບ-ໂອນ ຫົວໜ່ວຍວິສາຫະກິດ, ໂດຍປະຕິບັດຕາມມາດຕາ 03 ຂໍ້ທີ່ 1 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 63/ສພຊ, ລົງວັນທີ 09 ທັນວາ 2022 ກະຊວງການເງິນ ແລະ ແຂວງອັດຕະປື ເຫັນດີເປັນເອກະພາບ ມອບ-ຮັບ ການທົດລອງຫັນຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃນໄລຍະຜ່ານມາ ໃຫ້ແຂວງອັດຕະປື, ສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃນປີ 2023 ຈຳນວນ 14 ຫົວໜ່ວຍວິສາຫະກິດ ເພື່ອໃຫ້ກາຍເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ).

May be an image of 1 person and text

14 ຫົວໜ່ວຍວິສາຫະກິດປະກອບມີ: ບໍລິສັດ ໄຟຟ້າເຊປຽນ-ເຊນ້ຳນ້ອຍ ຈຳກັດ, ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ, ບໍລິສັດໄຟຟ້າເຊຂະມານ1 ຈຳກັດ, ບໍລິສັດ ໄຟຟ້າ ຫ້ວຍເຫາະ ຈຳກັດ, ບໍລິສັດ ພັດທະນາ ຫີນປະເສີດ ລາວ-ຈີນ ຈຳກັດ, ບໍລິສັດໄຟຟ້ານ້ຳກົງ 2 ຈຳກັດ, ບໍລິສັດ ໄຟຟ້າ ນ້ຳກົງ 3 ຈຳກັດຜູ້ດຽວ, ບໍລິສັດ ໄຟຟ້າເຊນ້ຳນ້ອຍ 1 ຈຳກັດຜູ້ດຽວ, ບໍລິສັດ ເຄເອັນ ມີເນໂຣ ຂຳກັດ, ບໍລິສັດ ລາວວ້ານເລີຍ ບໍ່ແຮ່ ຂຳກັດ, ບໍລິສັດອເຂື່ອນໄຟຟ້າ ນ້ຳງອນ 2 ຈຳກັດຜູ້ດຽວ, ບໍລິສັດ ເຂື່ອນໄຟຟ້າ ນ້ຳງອນ 1 ຈຳັດຜູ້ດຍວ ແລະ ບໍລິສັດ ໄຟຟ້າຮ່ວາງແອງ ອັດຕະປື ຈຳກັດ, ບໍລິສັດ ຫຸ້ນສ່ວນ ຊີມັງ ຊົງດາ ອາລີ.

May be an image of 14 people, people standing and people sitting

ການມອບ-ໂອນຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງຜ່ານມາມອບໃຫ້ທ້ອງຖິ່ນ, ແມ່ນເຫັນຄວາມຈໍາເປັນໃນການພັດທະນາທ້ອງຖິ່ນ, ອັນຈະສ້າງຄວາມສະດວກໃນການຄຸ້ມຄອງ, ການປະສານວຽກ ແລະ ທິດນໍາຂອງລັດຖະບານ ກໍຄືກະຊວງການເງິນ ທີ່ໄດ້ເຫັນດີເປັນເອກະພາບ ມອບ-ໂອນ ຫົວໜ່ວຍທຸລະກິດ ຂະໜາດໃຫຍ່ທີ່ສູນກາງຄຸ້ມຄອງເພື່ອໃຫ້ແຂວງຮັບຜິດຊອບໃນໄລຍະທີ່ທາງສູນກາງໄດ້ມອບໃຫ້ແຂວງກຸ້ມຕົນເອງທາງດ້ານງົບປະມານ.

May be an image of 2 people
ສະນັ້ນ,ຈຶ່ງມີການຈັດສັນໂດຍການມອບຫົວໜ່ວຍທຸລະກິດ ແລະ ບໍລິສັດທີ່ຕັ້ງຢູ່ກັບແຂວງນັ້ນເພື່ອໃຫ້ແຂວງຄຸ້ມຄອງເອງ. ທັງນີ້, ເພື່ອໃຫ້ກາຍເປັນແຂວງເກີນດຸນທາງດ້ານງົບປະມານ ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ ອີກດ້ວຍ.

ໂອກາດດັ່ງກ່າວ ທ່ານ ທ່ານ ປຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ເຂົ້າກໍໄດ້ພົບປະທ່ານ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງອັດຕະປື ນໍາອີກດ້ວຍ.