ທີມຊາດລາວ ຊຸດໃຫຍ່ ຈະໄດ້ເຂົ້າຊີງຫຼືບໍ? ຕ້ອງລຸ້ນຜົນຄູ່ສຸດທ້າຍ ເຈົ້າພາບ ພົບ ບູຖານ

892

ທີມຊາດລາວ ຊຸດໃຫຍ່ ສາມາດເກັບໄຊຊະນະນັດທໍາອິດຂອງປິີ 2023 ໄດ້ເປັນທີ່ຮຽບຮ້ອຍ ຫຼັງຈາກເອົາຊະນະ ບູຖານ 2-1 ໃນການແຂ່ງຂັນບານເຕະອຸ່ນເຄື່ອງຕາມປະຕິທິນຂອງ FIFA DAY ລາຍການ Prime Minister 3 Nations Cup 2023 ເມື່ອທ້າຍອາທິດທີ່ຜ່ານມາ ທີ່ສະໜາມ Dashrath Stadium Kathmandu ປະເທດເນປານ ແນ່ນອນເຮັດໃຫ້ລົງສະໜາມຄົບ 2 ນັດມີ 3 ຄະແນນຕ້ອງລຸ້ນເບິ່ງຜົນນັດສຸດທ້າຍວ່າຈະໄດ້ໄປຕໍ່ຫຼືບໍ?.

ນັດດັ່ງກ່າວ ທີມຊາດລາວ ຫຼິ້ນກັນໄດ້ຢ່າງໂດດເດັ່ນ ແລະ ສົມບູນແບບ ທັງ ໄມເຄິລ ວ່າງ, ສຸກອາພອນ ແລະ ບຸນພະຈັນ ບຸນກອງ ຫຼິ້ນເຂົ້າກັນຢ່າງດີ ກ່ອນທີ່ ບຸນພະຈັນ ຈະຍິງຄົນດຽວ 2 ປະຕູຊ່ວຍໃຫ້ກັບ ທີມຊາດລາວ ບຽດເອົາຊະນະ ທີມຊາດບູຖານ 2-1 ເຮັດໃຫ້ ທີມຊາດລາວ ເກັບ 3 ຄະແນນຈາກການລົງແຂ່ງຂັນຄົບ 2 ນັດ.

ແນ່ນອນວ່າ ທີມຊາດລາວ ຕ້ອງເຮັດໄດ້ພຽງລຸ້ນຢ່າງດຽວກໍຄື ລຸ້ນໃຫ້ ເຈົ້າພາບ ເນປານ ເອົາຊະນະ ບູຖານ ຫຼື ສະເໝີກັນ ໃນວັນທີ 28 ມີນາ 2023 ທີ່ຈະລົງແຂ່ງຂັນນັດສຸດທ້າຍຂອງຮອບທໍາອິດ ຈິ່ງຈະສາມາດເຮັດໃຫ້ ທີມຊາດລາວ ຜ່ານເຂົ້າຮອບຊີງຊະນະເລີດໄປລ້າງຕາກັບ ເນປານ ໄດ້, ແຕ່ກົງກັນຂ້າມ ຖ້າຫາກ ບູຖານ ພິກຊະນະ ເນປານ ໄດ້ 1-0 ກໍຈະເຮັດໃຫ້ ບູຖານ ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ເນປານ.

ເນື່ອງຈາກລາຍການນີ້ມີການແຂ່ງຂັນພຽງ 3 ທີມ ໂດຍຕາຕະລາງຄະແນນລວມປັດຈຸບັນ ທີມຊາດ ເນປານ ມີ 3 ຄະແນນຈາກ 1 ນັດເຂົ້າຮອບຊີງເປັນທີ່ແນ່ນອນແລ້ວ, ສ່ວນ ທີມຊາດລາວ ລົງສະໜາມຄົບມີ 3 ຄະແນນ ແລະ ຜົນປະຕູໄດ້ເສຍ -1, ສ່ວນ ບູຖານ ລົງສະໜາມ 1 ນັດຍັງບໍ່ມີຈັກຄະແນນ ແລະ ຜົນປະຕູໄດ້ເສຍ -1 ນັ້ນສະແດງວ່ານັດຕໍ່ໄປ ບູຖານ ຕ້ອງຊະນະສະຖານດຽວຈິ່ງສາມາດເຂົ້າຮອບຊີງໄດ້ ໂດຍສະເພາະຖ້າຫາກຊະນະ 1-0 ໂດຍທີ່ບໍ່ເສຍປະຕູຈະເຂົ້າຮອບທັນທີ.

ສໍາລັບ ຄື: ທີມຊາດເນປານ ທີມອັນດັບທີ 175 ຂອງໂລກ, ບູຖານ ທີມອັນດັບທີ 185 ຂອງໂລກ ແລະ ທີມຊາດລາວ ອັນດັບທີ 187 ຂອງໂລກ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົາທີ 1 ແລະ ທີ 2 ເຂົ້າໄປຊີງຊະນະເລີດໃນວັນທີ 31 ມີນາ 2023.
ຂ່າວ: Larh Creators; ຮູບຈາກ: ສຕລ