ປະ​ທານ​ປະ​ເທດ ເຄື່ອນ​ໄຫວ​ຢ້ຽມຢາມປະຊາຊົນຊຸກ​ຍູ້​ການ​ຜະ​ລິດ​ຢູ່​ເມືອງ​ໂຂງ

76

​ວັນ​ທີ 26 ມີ​ນາ 2023 ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ສູນ​ກາງ, ການ​ນຳ​ແຂວງ​ຈຳ​ປາ​ສັກ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ ໄດ້​ເ​ຄື່ອນ​ໄຫວ​ຢ້ຽມ​ຢາມ​ກຸ່ມ​ຜູ້​ຜະ​ລິດ​ເຂົ້າ​ເປັນ​ສິນ​ຄ້າ​ບ້ານ ໍນາ, ຜູ້​ປະ​ກອບ​ການ​ລ້ຽງ​ປານ້ຳ​ຂອງ ​ບ້ານ​ ພຽງ​ດີ ແລະ ຢ້ຽມ​ຢາມພົບ​ປະ​​ໂອ້​ລົມ​ພໍ່​ແມ່ປະ​ຊາ​ຊົນ​ຊາວ​ບ້ານ ​ໂພນ​ສະ​ອາດ ທີ່​ເປັນ​​ເປົ້າ​ໝາຍ​ບ້ານ​ພັດ​ທະ​ນາປະ​ຊາ​ຊົນ​ຢູ່​ດີ​ກິນ​ດີ ແລະ ກຸ່ມ​ຜູ້​ຜະ​ລິດ​ເຄື່ອງ​ຈັກ​ສານ ສິ​ນ​ຄ້າ​ໂອ​ດ໋ອບຢູ່ເມືອງໂຂງ.

May be an image of 8 people, people standing, tree and outdoors
​ທ່ານ ຄຳ​ພັນ ສິດ​ມະ​ນີ ນາຍ​ບ້ານໆນາ ລາ​ຍ​ງານ​ວ່າ: ບ້ານ​ນາມີທັງໝົດ 140 ຫຼັງ​ຄາ​ເຮືອນ, ມີ 122 ຄອບ​ຄົວ, ປະ​ຊາ​ຊົນ​ປະ​ກອບ​ອາ​ຊີບ​ເຮັດ​ນາ​ເປັນ​ຕົ້ນ​ຕໍ, ຄ້າ​ຂາຍ​ເປັນ​ອາ​ຊີບ​ສຳ​ຮອງ, ປັດ​ຈຸ​ບັນ ​ພໍ່​ແມ່​ປະ​ຊາ​ຊົນຊາວ​ນາ​ໄດ້​ທຳ​ການ​ຜະ​ລິດ​ເຂົ້າ​ເປັນ​ສິນ​ຄ້າ​ສົ່ງ​ອອກ​ເພື່ອ​ສ້າງ​ຖານ​ລາຍ​ຮັບ​ໃຫ້​ເຂັ້ມ​ແຂງ ແລະ​ ຍືນ​ຍົງ ໂດຍ​ຫັນ​ໄປ​ສູ່​ສັງ​ຄົມ​ການ​ຜະ​ລິດ, ໄດ້​ສ້າງ​ຕັ້ງ​ກຸ່ມ​ການ​ຜະ​ລິດ​ເຂົ້າ ໂດຍ​ມີ​ການ​ຜູກ​ພັນ​ສັນ​ຍາ​ສອງ​ສົ້ນ​ກັບ​ບໍ​ລິ​ສັດ ໄອ​ດີ​ພີ ແລະ ບໍ​ລິ​ສັດ ພູ​ເງິນ ສົ່ງ​ເສີມ​ການ​ຜະ​ລິດ​ເຂົ້າ​ເປັນ​ສິນ​ຄ້າມີ 4 ກຸ່ມ, ມີ 51 ຄອບ​ຄົວ, ການ​ຜະ​ລິດ​ເຂົ້າ​ນາ​ປີ​ຜ່ານ​ມາປະ​ຕິ​ບັດ​ໄດ້ 215 ເຮັກ​ຕາ, ຜະ​ລິດ​ເຂົ້າ​ເປັນ​ສິນ​ຄ້າມີ 90 ເຮັກ​ຕາ, ສາ​ມາດ​ຜະ​ລິດ​ເຂົ້າ​ໄດ້ 335,7 ໂຕນ, ຂາຍ​ອອກ​ໄດ້​ຮັບ​ເປັນ​ເງິນ​ທັງ​ໝົດ 1.779 ລ້ານກວ່າ​ກີບ. ສະ​ເພາະ​ການ​ຜະ​ລິດ​ເຂົ້າ​ນາ​ແຊງ​ປີນີ້​ມີ​ເນື້ອ​ທີ່ 85 ເຮັກ​ຕາ, ໂດຍ​ສະ​ເພາະ​ຜະ​ລິດ​ເຂົ້າ​ເປັນ​ສິນ​ຄ້າ​ມີ 63 ເຮັກ​ຕາ, ຄາດວ່າຈະສາມາດເກັບກູ້​ຜົນ​ຜະ​ລິດ​ໄດ້ 283,5 ໂຕນ ແລະ ມີລາຍ​ຮັບ​ຈາກ​ການ​ຂາຍ​ເຂົ້າ 1.732 ລ້ານ​ກີບ.

May be an image of 9 people, people sitting and people standing

ຈາກນັ້ນ ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ກໍ​ໄດ້​ໄປ​ຢ້ຽມ​ຢາມຄອບ​ຄົວຕົວ​ແບບ ​ເບິ່ງ​ການ​ລ້ຽງ ແລະ ຂະ​ຫຍາຍ​ພັນ​ປາ​ນ້ຳ​ຂອງ ຢູ່​ບ້ານ ພຽງ​ດີ ຄອບ​ຄົວ​ທ່ານ ຄຳ​ຈັນ ໄຊ​ສົມ​ບັດ ​​ໃນສົກ​ປີ 2017-2018 ໄດ້​ລົງ​ມືບຸກ​ເບີກ​ເນື້ອ​ທີ່​ຈຳ​ນວນ 30 ເຮັກ​ຕາໃນ​ການ​ເຮັດ​ໜອງ​ສະ​ເພື່ອ​ລ້ຽງ​ປາຈຳ​ນວນ 50 ໜອງ, ໜອງ​ສຳ​ລັບ​ປ່ອຍ​ປາຈຳ​ນວນ 25 ໜອງ ແລະ ໜອງ​ອະ​ນຸ​ບານ​ລູກ​ປາ 25 ໜອງ​, ປັດ​ຈຸ​ບັນ ພາຍ​ໃນ​ໜອງ​ມີ​ປາ​ທັງ​ໝົດ 17 ສາຍ​ພັນເປັນ​ຕົ້ນ: ປາ​ເຄິງ, ປາ​ເພ້ຍ, ປາ​ພອນ, ປາ​ປື່ງ, ປາ​ຍອນ, ປາ​ສ້ອຍ, ປາ​ກົດ, ປາ​ຄໍ່, ປາ​ເຂັງ, ປາ​ປາກ, ປາ​ດຸກ, ປາ​ນິນ, ປາ​ເຈ​ລະ​ມິດ, ປາ​ສະ​ຫວາຍ, ປາ​ຕອງ, ປາ​ວ່າ ແລະ ປາ​ໂຈກ ລວມ​ທັງ​ໝົດ​ປ່ອຍ​ແລ້ວຈຳ​ນວນ 1 ລ້ານກວ່າ​ໂຕ, ໄລ​ຍະ​ຜ່ານ​ ມາ​ສາ​ມາດນຳ​ປາ​ຂຶ້ນ​ໄປ​ຈຳ​ໜ່າຍ​ທັງ​ໝົດ 12 ໂຕນ, ໂດຍ​ການ​ຈຳ​ໜ່າຍ​ທັງ​ຕະຫຼາດ​ພາຍ​ໃນ​ເມືອງ ແລະ ຕ່າງ​ແຂວງ​ກໍ​ມີ.

No photo description available.
​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ພ້ອມ​ຄະ​ນະ ກ​ໍ​ໄດ້​ໄປ​ຢ້ຽມ​ຢາມ​ພໍ່​ແມ່​ປະ​ຊາ​ຊົນ​ບ້ານ​ໂພນ​ສະ​ອາດ ເຊິ່ງ​ເປັນ​ຊົນ​ເຜົາ​ປາ​ເລົາ, ທ່ານ ຄ​ຳ​ເຜືອກ ຫານ​ຊະ​ນະ ນາຍ​ບ້ານ​ໂພນ​ສະ​ອາດ ລາຍ​ງານ​ວ່າ: ພາຍ​ໃນ​ບ້ານປະ​ກອບ​ມີ 286 ຫຼັງ​ຄາ​ເຮືອນ, ມີ 272 ຄອບ​ຄົວ, ພົນ​ລະ​ເມືອງ 1.893 ຄົນ, ຍິງ 986 ຄົນ, ​ເປັນ​ບ້ານ​ທີ່​ມີ​ເສັ້ນ​ທາງຫຼວງ​ແຫ່ງ​ຊາດ​ເລກ​ທີ 13 ໃຕ້​ຜ່ານ, ມີ​ເນື້ອ​ທີ່ກວ້າງ​ຂວາງ ເໝາະ​ໃຫ້​ແກ່​ການ​ປູກ​ຝັງ-ລ້ຽງ​ສັດ​ໃຫ​ຍ່, ເໝາ​ະ​ສົມ​ໃນ​ການ​ສ້າງ​ເປັນ​ເຂດ​ທ່ອງ​ທ່ຽວ​ບ້ານ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ, ຈາກ​ຈຸດ​ພິ​ເສດ ແລະ ທ່າ​ແຮງຫຼາຍ​ດ້ານ ເມືອງ​ໄດ້​ກຳ​ນົດ​ສ້າງ​ບ້ານ​ໃຫຍ່ກາຍ​ເປັນ​ຕົວ​ເມືອງ​ນ້ອຍໃນ​ຊົນ​ນະ​ບົດ ແລະ ສ້າງ​ເປັນ​ບ້ານ​ພັດ​ທະ​ນາ​ຢູ່​ດີ​ກິນ​ດີ. ພິ​ເສດ ບ້ານ​ໂພນສະ​ອາດ ມີ​ສະ​ຫະ​ກອນ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ຈັກ​ສານ​ໄມ້​ປ່ອງ ມີ​ສະ​ມາ​ຊິກ 150 ຄອບ​ຄົວ, ໃນ​ໜຶ່ງ​ປີ​ຜ່ານ​ມາ​ສາ​ມາດ​ຂາຍ​ຜະ​ລິດ​ຕະ​ພັນເປັນ​ຕົ້ນ: ຫວດ 52 ພັນ​ໜ່ວຍ, ກະ​ບຽນ 20 ພັນ​ກວ່າ​ໃບ, ກະ​ຕ່າ 13 ພັນ​ກວ່າ​ໜ່ວຍ ​ໄດ້​ຮັບ​ເງິນ​ທັງ​ໝົດ 754 ລ້ານກວ່າ​ກີບ.

May be an image of 7 people and people standing