ດີແອັຈແອລ ລາວ ແລະ ບໍລິສັດ ອານຸສິດ ໂລຈິສຕິກ ຈໍາກັດ ເຊັນສັນຍາການຮ່ວມມືດ້ານການຂົນສົ່ງ

154

ວັນທີ 23 ມີນາ 2023, ທີ່ ສຳນັກງານໃຫຍ່ ບໍລິສັດ ອານຸສິດ ໂລຈິສຕິກ ຈໍາກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ຂົນສົ່ງ ດີແອັຈແອລ ລາວ ແລະ ບໍລິສັດ ອານຸສິດ ໂລຈິສຕິກ ຈໍາກັດ ວ່າດ້ວຍ ການຂົນສົ່ງສິນຄ້າພາຍໃນປະເທດ ຕາງໜ້າລົງນາມໃນຄັ້ງນີ້ ໂດຍ ທ່ານ Mark Ong – Country Director ບໍລິສັດ ຂົນສົ່ງ ດີແອັຈແອລ ລາວ ແລະ ທ່ານ ແກ້ວເພັດ ອິນທະວົງສີ ປະທານບໍລິສັດ ອານຸສິດໂລຈິສຕິກ ຈຳກັດ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍມີ ທ່ານ ພຸດທິໄຊ ທຸລະນຸດ ທີ່ປຶກສາ ຄະນະບໍລິຫານ ບໍລິສັດ ອານຸສິ ໂລຈິສຕິກ ແລະ ທ່ານ ສົມໃຈ ດວງຈັນເພັງ ຫົວຫນ້າຝ່າຍປະຕິບັດການ ບໍລິສັດ ຂົນສົ່ງ ດີແອັຈແອລ ລາວ ພ້ອມດ້ວບບັນດາຫົວໜ້າພະແນກ, ຮອງພະແນກ ຂອງທັງສອງຝ່າຍ ກໍ່ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ.

May be an image of 7 people, people sitting, people standing, indoor and text
ການລົງນາມໃນຄັ້ງນີ້ກໍເພື່ອເປັນການກະຈາຍພັດສະດຸໃຫ້ທາງບໍລິສັດ DHL ມີພື້ນທີ່ຄວບຄຸມຫຼາຍຂຶ້ນ ແລະ ໄວຂຶ້ນ, ເຊິ່ງບໍລິສັດອານຸສິດຂອງພວກເຮົາເປັນໜຶ່ງໃນບໍລິສັດຂົນສົ່ງໃນລາວ ທີ່ມີລະບົບ – ຂັ້ນຕອນຂອງການເຮັດວຽກທີ່ເປັນມືອາຊີບ ແລະ ພ້ອມທີ່ຈະຈັບມືຮ່ວມກັນກັບບັນດາບໍລິສັດຕ່າງໆ ເພື່ອພັດທະນາລະບົບການຂົນສົ່ງພາຍໃນລາວໃຫ້ເປັນທີ່ຍອມຮັບໃນສາກົນ ສາມາດຮັບຮອງການບໍລິການໄດ້ຢ່າງເປີດກວ້າງ.

ນີ້ເປັນບາດກາວສຳຄັນຂອງທຸລະກິດຂົນສົ່ງທີ່ ບໍລິສັດ ຂົນສົ່ງ ດີແອັຈແອລ ລາວ ເຊິ່ງເປັນຂົນສົ່ງລະດັບສາກົນ ທີ່ໄວ້ວາງໃຈເລືອກ ອານຸສິດ ເປັນຄູ່ຮ່ວມທຸລະກິດໃນການຂົນສົ່ງພາຍໃນປະເທດຄັ້ງນີ້.

May be an image of 2 people, indoor and text
ອານຸສິດມຸ້ງໝັ້ນເສີມຂະຫຍາຍຕາຫນ່າງການຂົນສົ່ງເພື່ອໃຫ້ສາມາດເຂົ້າເຖິງທຸກພື້ນທີ່ທົ່ວປະເທດລາວເພາະລະບົບຂົນສົ່ງຄືໂຄງສ້າງພື້ນຖານສຳຄັນຂອງປະເທດ ຕໍ່ໄປປະເທດລາວຈະບໍມີພົມແດນກີດກັ້ນການຄ້າຂາຍຂອງພໍ່ຄ້າແມ່ຄ້າອີກຕໍ່ໄປ ທຸກພື້ນທີ່ທົ່ວລາວຈະລວມສູນເປັນຕະຫລາດດຽວຄື: online ໂດຍອີງຈາກພຶດຕິກຳການຊື້ຂາຍອອນລາຍທີ່ເພີ່ມຂື້ນໃນທຸກໆວັນ ເຮົາມຸ້ງໝັ້ນພັດທະນາ,ເສີມຂະຫຍາຍ,ເພື່ອຄົນລາວທຸກຄົນ ພວກເຮົາຂໍຂອບໃຈທີ່ໃຊ້ບໍລິການອານຸສິດຂົນສົ່ງດ່ວນດ້ວຍດີຕະຫຼອດມາ.

May be an image of 4 people and people standing
ໃນປີນີ້ເປັນປີຄົບຮອບ 6 ປີການສ້າງຕັ້ງບໍລິສັດ ພວກເຮົາຈະມີກິດຈະກຳດີໆຫຼາຍຢ່າງມາໃຫ້ລູກຄ້າຢ່າງແນ່ນອນ ແລະ ໃນໄວໆນີ້ ຕຽມພົບກັບການບໍລິການໃນຮູບແບບໃໝ່ ທີ່ຈັດໝັກຈັດເຕັມເພື່ອລູກຄ້າຢ່າງແນ່ນອນ “ອານຸສິດ ເຊື່ອມໂຢງທົ່ວລາວ ເຊື່ອມໄກທົ່ວໂລກ”