ເປີດໂຕເຄື່ອງສຽງ ບີເອັມບີ ໃນຕະຫຼາດລາວ

37

“ບຣາເດີ ປະເທດໄທ” ຊຸກຍູ້ “ຮ້ານ ໄອເຊັນເຕີ” ຂຶ້ນເປັນຕົວແທນຈໍາໜ່າຍ “BMB” ສຸດຍອດແບຣນເຄື່ອງສຽງຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ພ້ອມກຽມບຸກຕະຫຼາດເຄື່ອງສຽງມາດຕະຖານສາກົນເຕັມຮູບແບບໃນ ສປປລາວ.

ໃນວັນທີ 24 ມີນາ 2023 “ບຣາເດີ ປະເທດໄທ” ຈັດງານ “BMB Premium Real Sound” ຂຶ້ນທີ່ໂຮງແຮມຄຣາວພຣາຊາ ເພື່ອເປີດໂຕຮ້ານໄອເຊັນເຕີ ໃນຖານະຕົວແທນຈໍາໜ່າຍເຄື່ອງສຽງ BMB ສຸດຍອດແບຣນຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ພົງພັນ ສຸລິວັດຈະເລີນ ຜູ້ບໍລິຫານຜະລິດຕະພັນຂອງ BMB ປະເທດໄທ, ທ່ານ ສົມຊາຍ ພີມມະສອນ ຜ້ບໍລິຫານຂອງ ໄອເຊັນເຕີ, ທ່ານ ກິດຕິພົນ ສີຂາວ ຜູ້ຈັດການ ຜະລິດຕະພັນ BMB ພ້ອມດ້ວຍ ສື່ມວນຊົນທຸກຈະແໜງການເຂົ້າຮ່ວມ.


ທ່ານ ພົງພັນ ສຸລິວັດຈະເລີນ ກ່າວວ່າ: ສໍາລັບ “BMB” ຖືເປັນແບຣນເຄື່ອງສຽງທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນປະເທດໄທ ແລະຫຼາຍໆປະເທດດ້ວຍຄຸນະພາບມາຕະຖານລະດັບໂລກ ທີ່ສາມາດນໍາໄປໃຊ້ໄດ້ໃນຫຼາກຫຼາຍກິດຈະກໍາແລະ ທຸລະກິດຫຼັງຈາກສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ – 19 ເລີ່ມຫຼຸດຜ່ອນລົງຢ່າງຕໍ່ເນື່ອງໃນລະຫວ່າງໄຕມາດ 3 ຂອງປີ 2022 ຄາດການວ່າໃນປີ 2023 ການທ່ອງທ່ຽວ ການຈັດປະຊຸມ ແລະສໍາມະນາໃນຮູບແບບຕ່າງໆ ລວມເຖິງກຸ່ມທຸລະກິດດ້ານຄວາມບັນເທີງເລີ່ມກັບມາຟື້ນຕົວອີກຄັ້ງ ທັງໃນປະເທດໄທ ແລະ ກຸ່ມປະເທດ CLMV ໂດຍສະເພາະໃນ ສປປລາວ.

ເຮັດໃຫ້ແບຣນເຄື່ອງສຽງພຣີມ້ຽມກາຍເປັນອີກໜຶ່ງທຸລະກິດທີ່ໜ້າສົນໃຈດ້ວຍການເຕີບໂຕຢ່າງວ່ອງໄວຂອງເສດຖະກິດຫຼາຍພາກສ່ວນໃນ ສປປລາວ ບວກກັບຄຸນະພາບ ແລະຄວາມທົນທານຂອງ “ເຄື່ອງສຽງ BMB ສຸດຍອດແບຣນຊັ້ນນໍາຈາກປະເທດຍີ່ປຸ່ນ ” ເຮັດໃຫ້ “ບຣາເດີປະເທດໄທ” ມີແຜນຊຸກຍູ້ສົ່ງເສີມໃຫ້ “BMB” ໃຫ້ສາມາດແຂ່ງຂັນໃນດ້ານເຄື່ອງສຽງໃນສປປລາວ ຜ່ານ “ຮ້ານໄອເຊັນເຕີ” ເຊິ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນຈໍາໜ່າຍຢ່າງເປັນທາງການເພື່ອຕອບໂຈດກັບ life style ດ້ານຄວາມບັນເທີງຂອງຜູ້ບໍລິໂພກ ແລະຜູ້ປະກອບການສະຖານບັນເທີງໃນ ສປປລາວ ທີ່ກຳລັງປ່ຽນແປງໄປຢ່າງຕໍ່ເນື່ອງ.


“BMB” ເປັນແບຣນເຄື່ອງສຽງສັນຊາດຍີ່ປຸ່ນທີ່ມີຄວາມຊ່ຽວຊານ ແລະ ໂດດເດັ່ນຫຼາຍ ຈົນໄດ້ຮັບການຍົກຍ້ອງຈາກທົ່ວໂລກໃນດ້ານຄຸນະພາບສຽງ ເຊິ່ງມີຫົວໃຈຫຼັກຢູ່ທີ່ “ການຜະລິດດອກລຳໂພງ”ດ້ວຍເຈ້ຍຄຸນະພາບ ຕ້ອງໃຊ້ອົງປະກອບນໍ້າທີ່ມີຄຸນະພາບສູງ ຈາກແຫຼ່ງນໍ້າທຳມະຊາດບໍລິສຸດໃກ້ພູເຂົາໄຟຟູຈິ ແລະ ກວດສອບຄຸນະພາບສຽງໂດຍຜູ້ຊ່ຽວຊານເພື່ອໃຫ້ໄດ້ມາຕະຖານດຽວກັນທຸກອັນ.

ນອກຈາກນີ້ລຳໂພງຂອງ “BMB” ໃນແຕ່ລະລຸ້ນ ຍັງໄດ້ມີການພັດທະນາຈຸດເດັ່ນຂອງສຽງທີ່ແຕກຕ່າງກັນອອກໄປ ເພື່ອຕອບສະໜອງການໃຊ້ຊີວິດໃນທຸກຮູບແບບກາງທີ່ຄົມຊັດ ຫຼື ສຽງທຸ້ມທີ່ເປັນເອກະລັກ ເຮັດໃຫ້ໄດ້ສຳຜັດເຖິງຄວາມໝາຍຂອງຄຳວ່າ
“Premium Real Sound” ຢ່າງແທ້ຈິງ ແລະ ລັກສະນະບໍ່ວ່າຈະເປັນສຽງ ທັງນີ້, ລະບົບເຄື່ອງສຽງ BMBທີ່ບຣາເດີປະເທດໄທນໍາເຂົ້າມາຈໍາໜ່າຍມີຫຼາຍເຖິງ 24 ລຸ້ນ ປະກອບໄປດ້ວຍເຄື່ອງຂະຫຍາຍສຽງ, ລຳໂພງ, soud processor, ໄມໂຄໂຟນທັງແບບສາຍ Dynamic Microphoneແລະ ແບບ ໄຮ້ສາຍ Wireless Microphone.


ພາຍໃນງານຍັງມີການຈັດສະແດງຊຸດເຄື່ອງສຽງລະດັບພຣີມ້ຽມ ລວມເຖິງເຕັກໂນໂລຊີອັນທັນສະໄໝທີ່ເປັນສິດທິພິເສດສະເພາະຈາກ “BMB” ອີກຢ່າງຫຼວງຫຼາຍ

ສຳລັບຜູ້ທີ່ສົນໃຈໃນ ສປປລາວສາມາດຕິດຕໍ່ຕົວແທນຈໍາໜ່າຍ “BMB”ສຸດຍອດເຄື່ອງສຽງຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ໄດ້ທີ່ເຟສບຸກ iCenter Laoຫຼື ໂທ 856 20 5552 5354