ຟີລິບປິນ ຕັ້ງເປົ້າສົ່ງທຸລຽນເກຣດດີ 54 ພັນໂຕນ ໄປຈີນ

26

ສຳນັກຂ່າວຊິນຫົວລາຍງານວ່າ: ຟີລິບປິນ ຕັ້ງເປົ້າສົ່ງອອກທຸລຽນເກຣດດີ ( ເກຣດພຣີມຽມ ) ໃຫ້ໄດ້ຢ່າງໜ້ອຍ 54 ພັນໂຕນ ໃນປີ 2023, ຂະນະນີ້ຂະແໜງກ່ຽວຂ້ອງກຳລັງດຳເນີນການ ເພື່ອສົ່ງເສີມອຸດສາຫະກຳທຸລຽນຟີລິບປິນແຂ່ງຂັນໃນຕະຫຼາດໂລກໄດ້.

อาจเป็นรูปภาพของ ทุเรียน

ກະຊວງກະສິກຳຂອງຟີລິບປິນ ເປີດເຜີຍວ່າ: ເພື່ອຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດຈີນ ແລະ ປະຕິບັດຕາມຂໍ້ຕົກລົງການສົ່ງອອກພືດ – ໝາກໄມ້ ທີ່ໄດ້ລົງນາມກັນໃນລະຫວ່າງທີ່ຜູ້ນຳຟີລິບປິນ ເດີນທາງໄປຢ້ຽມຢາມຈີນ ເມື່ອເດືອນມັງກອນຜ່ານມາ ເຊິ່ງຜູ້ຮັບຜິດຊອບທີ່ຈະສົ່ງອອກທຸລຽນແມ່ນ ບໍລິສັດ ເອັງເຊັງ ຟູດໂປຣດັກ ແລະ ບໍລິສັດເບລວິຊ ຟາມ

อาจเป็นรูปภาพของ ทุเรียน

ເຊິ່ງເປັນ 2 ບໍລິສັດເອກະຊົນຜູ້ປູກທຸລຽນລາຍໃຫຍ່ຂອງຟີລິບປິນ ຂະນະນີ້ໄດ້ກຽມຄວາມພ້ອມສຳລັບການສົ່ງທຸລຽນເກຣດດີອອກສູ່ຕະຫຼາດຈີນ, ສ່ວນພັນທຸລຽນທີ່ຈະສົ່ງໄປຈີນ ໄດ້ແກ່: ພັນ Puyat, Duyaya ແລະ D101 ເຊິ່ງໃນເປັນສີເຫຼືອງຄຳ ແລະ ມີລົດຊາດແຊບ.