ປະຊາກອນໂລກ ກຳລັງຂາດແຄນນ້ຳ ປະມານ 2 – 3 ຕື້ຄົນ

29

CRI ລາຍງານວ່າ: ອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກບົດລາຍງານລະບຸວ່າ ປັດຈຸບັນປະຊາກອນທົ່ວໂລກປະມານ 2 – 3 ຕື້ຄົນ ກຳລັງຂາດແຄນນ້ຳ ເມື່ອຮອດປີ 2050 ປະຊາກອນທົ່ວໂລກທີ່ອາໄສຢູ່ໃນຕົວເມືອງ ປະມານ 1,7 -2,4 ຕື້ຄົນ ຈະຂາດແຄນນ້ຳ ເມື່ອທຽບໃສ່ປີ 2016 ເພີ່ມຂຶ້ນເປັນສອງເທົ່າ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง

ດັ່ງນັ້ນ, ໃນກອງປະຊຸມວຽກງານນ້ຳຂອງອົງການສະຫະປະຊາຊາດ ຈັດຂຶ້ນຢູ່ສຳນັກງານໃຫຍ່ທີ່ນະຄອນນິວຢອກ, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຍົກໃຫ້ເຫັນເຖິງບັນຫາດ້ານຊັບພະຍາກອນນ້ຳ ຍັງມີອີກຫຼາຍຢ່າງທີ່ຕ້ອງເລັ່ງແກ້ໄຂຢ່າງຮີບດ່ວນ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ กลางแจ้ง

ໃນຂະນະທີ່ມະນຸດນຳໃຊ້ນ້ຳແບບບໍ່ຍືນຍົງ ແລະ ອຸນຫະພູມທົ່ວໂລກສູງຂຶ້ນ, ດັ່ງນັ້ນລັດຖະບານບັນດາປະເທດຕ່າງໆທົ່ວໂລກຕ້ອງມີການສົ່ງເສີມໃຫ້ປະຊາຊົນນຳໃຊ້ຊັບພະຍາກອນນ້ຳຢ່າງມີຜົນປະໂຫຍດສູງສຸດໂດຍໄວ. ນອກນີ້, ຍັງສະເໜີໃຫ້ເພີ່ມທະວີການນຳໃຊ້ຊັບພະຍາກອນນ້ຳ ຈາກ 4 ດ້ານ ຄື: ຫຼຸດຜ່ອນຊ່ອງວ່າງການຄຸ້ມຄອງຊັບພະຍາກອນນ້ຳ, ນຳໃຊ້ທຶນ ຢ່າງຫຼວງຫຼາຍເຂົ້າໃນການສ້າງ ລະບົບຊົນລະປະທານ ແລະ ສາທາລະນະສຸກ, ເພີ່ມທະວີການສ້າງຄວາມສາມາດຟື້ນຟູຄືນໃໝ່ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.