ເຄນ ແຊງ ຣູນີ ຂຶ້ນເປັນດາວຍິງສູງສຸດຂອງທີມຊາດ ອັງກິດ

37

ແຮຣີ ເຄນ ກອງໜ້າຂອງ ທ໊ອດແນມ ຮ໊ອດສະເປີ ກາຍເປັນດາວຍິງສູງສຸດຕະຫຼອດການຂອງທີມຊາດອັງກິດ ຄົນໃໝ່ເປັນທີ່ຮຽບຮ້ອຍ ຈາກການຍິງໄປ 54 ປະຕູ ຫຼ້າສຸດຍິງຈຸດໂທດຊ່ວຍໃຫ້ກັບ ທີມຊາດອັງກິດ ບຸກໄປບຽດເອົາຊະນະ ອິຕາລີ ໃນການແຂ່ງຂັນບານເຕະ ຢູໂຣ 2024 ຮອບຄັດເລືອກ ກຸ່ມ C ນັດທໍາອິດ ເມື່ອວັນທີ 23 ມີນາ 2023.

ກ່ອນໜ້ານີ້ ເຄນ ຄອງດາວຍິງສູງສຸດຮ່ວມກັບ ແວນ ຣູນີ ທີ່ຍິງໄດ້ 53 ປະຕູເທົ່າກັນ ແຕ່ປະຕູຫຼ້າສຸດຈາກຈຸດໂທດ ເຮັດໃຫ້ ເຄນ ອາຍຸ 29 ປີຂຶ້ນຄອງຕໍາແໜ່ງດາວຍິງສູງສຸດຂອງທີມຊາດອັງກິດ ແຕ່ພຽງຜູ້ດຽວເປັນທີ່ຮຽບຮ້ອຍ ໂດຍ 5 ອັນດັບດາວຍິງສູງສຸດຂອງທີມຊາດອັງກິດ ມີດັ່ງນີ້:
1.ແຮຣີ ເຄນ ຍິງໄປ 54 ປະຕູ ຈາກ 81 ນັດ.
2.ເວນ ຣູນີ 53 ປະຕູຈາກ 120 ນັດ

3.ເຊີ ບ໊ອບບີ ຊາລຕັນ 49 ປະຕູ ຈາກ 106 ນັດ
4.ແກຣີ ລິນິເດີ 48 ປະຕູຈາກ 80 ນັດ
5.ຈິມມີ ກຣີຟສ໌ 44 ປະຕູຈາກ 57 ນັດ