ອິນໂດເນເຊຍ ຈັດໂຄງການສົ່ງເສີມໃຫ້ປະຊາຊົນຫັນມານຳໃຊ້ລົດໄຟຟ້າ

44

ສຳນັກຂ່າວຊິນຫົວລາຍງານວ່າ: ລັດຖະບານອິນໂດເນເຊຍ ໄດ້ຈັດສັນເງິນ ເພື່ອສະໜັບສະໜູນປະຊາຊົນຜູ້ທີ່ຊື້ລົດຈັກໄຟຟ້າ ຈະໄດ້ຮັບເງິນອຸດໜູນຈາກລັດ ປະມານ 455 ໂດລາຕໍ່ຄັນ ແລະ ເງິນອຸດໜູນ ສຳລັບການປ່ຽນມານຳໃຊ້ລົດໄຟຟ້າອີກ 65 ໂດລາ ໂດຍເລີ່ມແຕ່ວັນທີ 21 ມີນາ 2023 ເປັນຕົ້ນໄປ.

อาจเป็นรูปภาพของ 4 คน และ รถยนต์

ລັດຖະມົນຕີກະຊວງການເງິນ ຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ໄດ້ຕັ້ງງົບປະມານໄວ້ສຳລັບໂຄງການດັ່ງກ່າວ ປະມານ 455 ລ້ານໂດລາ ເຊິ່ງໂຄງການດັ່ງກ່າວ ຈະສິ້ນສຸດທ້າຍປີ 2024 ເຊິ່ງເປັນປີທີ່ລັດຖະບານໄດ້ຕັ້ງເປົ້າ ບັນລຸອັດຕາການຊົມໃຊ້ລົດໄຟຟ້າໃຫ້ໄດ້ 10% ຂອງຈຳນວນຍານພາຫະນະທັງໝົດຂອງອິນໂດເນເຊຍ.

ไม่มีคำอธิบายรูปภาพ

ໃນຂະນະດຽວກັນ ລັດຖະບານ ກຳລັງຈະກຽມຈັດຫາສິ່ງຈູງໃຈເພີ່ມຕື່ມ ເຊັ່ນ: ຍົກເວັ້ນພາສີຊົ່ວຄາວ ແລະ ຫຼຸດຜ່ອນພາສີມູນຄ່າເພີ່ມ ເພື່ອຫຼຸດລາຄາຂອງລົດໄຟຟ້າລົງ ໂດຍຈະປະກາດໃຊ້ ນັບແຕ່ວັນທີ 1 ເມສາເປັນຕົ້ນໄປ.